Pfizer ໃຫ້​ຄຳ​ໝັ້ນ​ສັນ​ຍາສະ​ໜອງ​ວັກ​ຊິນ​ກັນ​ໂຄວິດ - 19 ຄົບ​ຈຳ​ນວນ 31 ລ້ານ​ໂດ​ສ ໃຫ້​ແກ່ ຫວຽດ​ນາມ ໃນ​ປີນີ້

(VOVWORLD) -ທ່ານ Jonathan Selib ຮອງປະທານ Pfizer ໃຫ້ຮູ້ວ່າ Pfizer ມີການພົວພັນຮ່ວມມືກັບ ຫວຽດນາມ ຢ່າງດີງາມ ແລະ ໃຫ້ຄຳໝັ້ນສັນຍາຈະສະໜອງວັກຊິນກັນໂຄວິດ - 19 ໃຫ້ແກ່ຜູ້ໃຫຍ່ຄົບ 31 ລ້ານໂດສໃນປີນີ້ 
Pfizer ໃຫ້​ຄຳ​ໝັ້ນ​ສັນ​ຍາສະ​ໜອງ​ວັກ​ຊິນ​ກັນ​ໂຄວິດ - 19 ຄົບ​ຈຳ​ນວນ 31 ລ້ານ​ໂດ​ສ ໃຫ້​ແກ່ ຫວຽດ​ນາມ ໃນ​ປີນີ້ - ảnh 1

ວັນທີ 23 ກັນຍາ, ເມື່ອມາຢ້ຽມຢາມບໍລິສັດ Pfizer, ໜຶ່ງໃນບັນດາບໍລິສັດຊີວະສາດການຢາແຖວໜ້າໂລກ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ສະແດງຄວາມປະທັບໃຈ ຕໍ່ບັນດາບົດບາດຢ່າງຕັ້ງໜ້າຂອງ Pfizer ໃນບັນດາການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ພິເສດແມ່ນການພັດທະນາວັກຊິນກັນໂຄວິດ - 19 Pfizer-BioNTech ສຳເລັດ, ເຊິ່ງໄດ້ຮັບການຢັ້ງຢືນຈາກທົ່ວໂລກແມ່ນອາວຸດທີ່ມີປະສິດທິຜົນສູງ ເພື່ອຄວບຄຸມໂລກລະບາດໂຄວິດ - 19.

ສ່ວນທ່ານ Jonathan Selib ຮອງປະທານ Pfizer ໃຫ້ຮູ້ວ່າ Pfizer ມີການພົວພັນຮ່ວມມືກັບ ຫວຽດນາມ ຢ່າງດີງາມ ແລະ ໃຫ້ຄຳໝັ້ນສັນຍາຈະສະໜອງວັກຊິນກັນໂຄວິດ - 19 ໃຫ້ແກ່ຜູ້ໃຫຍ່ຄົບ 31 ລ້ານໂດສໃນປີນີ້ ພ້ອມທັງຈະມີວັກຊິນໃຫ້ແກ່ເດັກນ້ອຍ  20 ລ້ານໂດສ ເມື່ອ Pfizer ມີຂໍ້ມູນຢ່າງພຽງພໍກ່ຽວກັບປະສິດທິຜົນ ແລະ ລັກສະນະຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ