Techfest Mekong 2020: ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ນັກ Startup ທີ່​ມີ​ການປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ

(VOVWORLD)-ເຫດການດັ່ງກ່າວໄດ້ດຶງດູດໄດ້ການເຂົ້າຮ່ວມຂອງວິສາຫະກິດ Startup 60 ແຫ່ງທີ່ມີຄວາມສາມາດບົ່ມຊ້ອນ, ພ້ອມກັບນັກລົງທຶນເກືອບ 30 ທ່ານຢູ່ພາຍໃນປະເທດ ແລະ ສາກົນ, ວິສາຫະກິດໃຫຍ່, ກຸ່ມບໍລິສັດເສດຖະກິດ ແລະ ບັນດາອົງການຈັດຕັ້ງໜູນຊ່ວຍການ Startup, ກອງທຶນລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ .
Techfest Mekong 2020: ສະ​ຖານ​ທີ່​ເຕົ້າ​ໂຮມ​ບັນ​ດາ​ນັກ Startup ທີ່​ມີ​ການປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ - ảnh 1ໄຂຮ້ານວາງສະແດງ Startup ທີ່ມີການປ່ຽນແປງໃໝ່ ແລະ ປະດິດຄິດສ້າງ (ພາບ: TTXVN)

ຕອນຄ່ຳວັນທີ 21 ພະຈິກ, ຢູ່ ນະຄອນ ເບັ້ນແຈ, ທາງພາກໃຕ້ຫວຽດນາມ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ແລະ ຄະນະກຳມະການປະຊາຊົນແຂວງເບັ້ນແຈ ໄດ້ສົມທົບກັນ ຈັດພິທີໄຂວັນບຸນ Startup ທີ່ມີການປ່ຽນແປງໃໝ່ ປະດິດຄິດສ້າງຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ປີ 2020 (Techfest Mekong 2020) ດ້ວຍຫົວຂໍ້ວ່າ: ລະບົບຊີວະພາບແຫ່ງການ Startup ທີ່ມີການປ່ຽນແປງໃໝ່ປະດິດຄິດສ້າງ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ໃນສະພາບການປົກກະຕິໃໝ່ “ຮັບມື - ປ່ຽນແປງ - ບຸກລະລຸ”. ເຫດການດັ່ງກ່າວໄດ້ດຶງດູດໄດ້ການເຂົ້າຮ່ວມຂອງວິສາຫະກິດ Startup 60 ແຫ່ງທີ່ມີຄວາມສາມາດບົ່ມຊ້ອນ, ພ້ອມກັບນັກລົງທຶນເກືອບ 30 ທ່ານຢູ່ພາຍໃນປະເທດ ແລະ ສາກົນ, ວິສາຫະກິດໃຫຍ່, ກຸ່ມບໍລິສັດເສດຖະກິດ ແລະ ບັນດາອົງການຈັດຕັ້ງໜູນຊ່ວຍການ Startup, ກອງທຶນລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ .

ໃນຂອບເຂດວັນບຸນ, ໄດ້ດຳເນີນບັນດາການເຄື່ອນໄວາງສະແດງຜະລິດຕະພັນ, ໂຄງການເລີ່ມດຳເນີນທຸລະກິດທີ່ດີເດັ່ນໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍຮ້ານວາງສະແດງ ແລະ ແນະນຳຜະລິດຕະພັນ ກ່ວາ 120 ແຫ່ງ ຂອງບັນດາສ່ວນບຸກຄົນ, ວິສາຫະກິດ Startup ທີ່ມີການປ່ຽນແປງໃໝ່ປະດິດຄິດສ້າງໃນບໍລິເວນແຂວງ ເບັ້ນແຈ ແລະ ບັນດາແຂວງຢູ່ເຂດທົ່ວພຽງແມ່ນ້ຳຂອງທາງພາກໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ