UAE ຍູ້​ໄວ​ວິ​ວັດ​​ຫັນ​ການ​ພົນ​ພັນ​ກັບ​ອິດ​ສະ​ລາ​ແອ​ນ​ເປັນ​ປົກ​ກ​ະ​ຕິ

(VOVWORLD) - UAE ແມ່ນ ປະເທດ ອາຣັບທີ 3 ຫັນການພົວພັນກັບ ອິດສະລາແອັນ ເປັນປົກກະຕິ (ພາຍຫຼັງ ອິຢິບ ໃນປີ 1979 ແລະ ຈໍແດນ ໃນປີ 1994). ເຖິງຢ່າງໃດກໍ່ຕາມ, ອຳນາດການປົກຄອງ ປາແລັດສະຕິນພ້ອມກັບບາງປະເທດອາຣັບ ຍັງອອກສຽງຄັດຄ້ານຂໍ້ຕົກລົງນີ້.
UAE ຍູ້​ໄວ​ວິ​ວັດ​​ຫັນ​ການ​ພົນ​ພັນ​ກັບ​ອິດ​ສະ​ລາ​ແອ​ນ​ເປັນ​ປົກ​ກ​ະ​ຕິ - ảnh 1ພາບປະກອບ: TTXVN 

ໂດຍປະຕິບັດຂໍ້ຕົກລົງມຸ່ງໄປສູ່ການຫັນການພົວພັນລະຫວ່າງ  ສະຫະລັດ ອາຣັບ ເອມີເລດ (UAE) ແລະ ອິດສະລາແອັນ ທີ່ບັນລຸໄດ້ໃນຫວ່າງແລ້ວນີ້, ໃນວັນທີ 29 ສິງຫາ, ທ່ານ Khalifa bin Zayed Al Nahyan ປະທານາທິບໍດີ UAE ໄດ້ປະກາດໃຊ້ ລັດຖະບັນຍັດຍົກເລີກປະມວນກົດໝາຍປະຕິເສດອິດສະລາແອັນ ພ້ອມທັງອະນຸຍາດໃຫ້ຊຸກຍູ້ບັນດາຂໍ້ຕົກລົງດ້ານການຄ້າ ແລະ ການເງິນລະຫວ່ງສອງຝ່າຍ. ລັດຖະບັນຍັດສະບັບນີ້ ເພື່ອແນໃສ່ໜູນຊ່ວຍການຮ່ວມມືສອງຝ່າຍ ເພື່ອມຸ່ງໄປສູ່ການສ້າງການພົວພັນລະຫວ່າງສອງຝ່າຍຄືນໃໝ່.

     UAE ແມ່ນ ປະເທດ ອາຣັບທີ 3 ຫັນການພົວພັນກັບ ອິດສະລາແອັນ ເປັນປົກກະຕິ (ພາຍຫຼັງ ອິຢິບ ໃນປີ 1979 ແລະ ຈໍແດນ ໃນປີ 1994). ເຖິງຢ່າງໃດກໍ່ຕາມ, ອຳນາດການປົກຄອງ ປາແລັດສະຕິນພ້ອມກັບບາງປະເທດອາຣັບ ຍັງອອກສຽງຄັດຄ້ານຂໍ້ຕົກລົງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ