UNDP ໜູນຊ່ວຍ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -  ວັນທີ 12 ເມສາ, ທີ່ຮ່າໂນ້ຍ, ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຜ້າອັດປາກ-ດັງທີ່ມີຄຸນນະພາບສູງໃຫ້ແກ່ກະຊວງສາທາລະນະສຸກ ຫວຽດນາມ 20.000 ອັນ ເພື່ອແນໃສ່ຊ່ວຍປ້ອງກັນການຕິດເຊື້ອໃຫ້ບັນດາພາລະກອນການແພດ ເຊິ່ງແມ່ນຜູ້ທີ່ພວມນຳໜ້າໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19. 

ນີ້ແມ່ນສ່ວນໜຶ່ງໃນການໜູນຊ່ວຍຂອງ UNDP ສຳລັບລັດຖະບານ ຫວຽດນາມ ໃນຄວາມມານະພະຍາຍາມປ້ອງກັນ, ສະກັດກັ້ນ ແລະ ຟື້ນຟູຈາກໂລກລະບາດໂຄວິດ-19.

UNDP ໜູນຊ່ວຍ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 UNDP ໜູນຊ່ວຍ ຫວຽດນາມ ໃນການຕໍ່ສູ້ສະກັດກັ້ນໂລກລະບາດໂຄວິດ-19

        ກ່າວຄຳເຫັນທີ່ພິທີມອບ-ຮັບ, ທ່ານນາງ Caitlin Wiesen ຜູ້ຕາງໜ້າອົງການ UNDP ປະຈຳ ຫວຽດນາມ ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງ UNDP ທີ່ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດດັ່ງກ່າວ ກໍ່ຄືສະໜັບສະໜູນວິທີແກ້ໄຂສຳລັບໂລກລະບາດໂຄວິດ-19 ຂອງລັດຖະບານ ຫວຽດນາມ ໃນໄລຍະຜ່ານມາ.

        ເນື່ອງໃນໂອກາດນີ້, UNDP ກໍ່ຮ່ວມມືກັບກະຊວງສາທາລະນະສຸກ ຫວຍດນາມ ແລະ ອົງການອະນາໄມໂລກ (WHO) ປຸກລະດົມບັ້ນໂຄສະນາ “ເຜີຍແຜ່ສານ - ບໍ່ປະໃຫ້ໃຜຖືກໄວ້ຢູ່ທາງຫລັງ”, ມຸ່ງໄປເຖິງພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ຄົນພິການ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ