VINASAຄວນນຳ​ໜ້າພັດທະນາ​ບັນດາ​ວິ​ສາ​ຫະກິດດຳ​ເນີນ​ທຸລະ​ກິດ​

VINASAຄວນນຳ​ໜ້າພັດທະນາ​ບັນດາ​ວິ​ສາ​ຫະກິດດຳ​ເນີນ​ທຸລະ​ກິດ​ - ảnh 1
ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ໄດ້​ມອບ​ຫຼຽນ​ໄຊ
​ແຮງ​ງານ​ຊັ້ນ 2 ​ໃຫ້ VINASA
(ພາບ: VGP)

(vovworld) – ​ ກອງ​ປະຊຸມ​ໃຫຍ່​ສະຫະ​ສະມາຄົມ​ຊອບ​ແວ ​ແລະ ການ​ບໍລິການ​​ເຕັກ​ໂນ​ໂລ​ຢີຂໍ່ມູນ​ຂ່າວສານ ຫວຽດນາມ (VINASA) ຄັ້ງ​ທີ 4 ອາຍຸ​ການ 2016 – 2020 ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 24/04 ຢູ່​ຮ່າ​ໂນ້ຍ ດ້ວຍ​ຫົວ​ຂໍ້​ວ່າ “ຮ່ວມ​ສຳພັນ​​​ປະ​ດິດສ້າງ - ​ເຊື່ອມ​ໂຍງ - ນຳ​ໜ້າ”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະຊຸມ​ໃຫຍ່, ທ່ານ ຫວູດຶກ​ດາມ ຮອງ​ນາຍົກ​ລັກ​ຖະມົນຕີ ​ເນັ້ນ​ໜັກ​ວ່າ: ຢາກ​ທ່ວງທັນ​ກັບບັນດາ​ປະ​ເທດ​ພັດທະນາ​ໃນ​ພາກ​ພື້ນ ຫວຽດນາມ ຕ້ອງ​ຮັກ​ສາລະ​ດັບ​ການ​ເຕີບ​ໂຕ​ຢ່າງ​ລຽນຕິດ 8 - 9% ​ໃນ 20 ປີ​ຈະ​ມາ​ເຖິງ. ຢາກ​ເຮັດ​ຄື​ແນວ​ນັ້ນ ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານຄວນ​ສືບ​ຕໍ່​ເສີມ​ຂະຫຍາຍ​ຢ່າງ​ແຮງ​ກ່ວາ​ອີກ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ຊອບແວ ​ແລະ ການ​ບໍລິການ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ VINASA ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາ​ຍຈຸດພົ້ນ​ເດັ່ນ​ນີ້, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຂະ​ແໜງ​ການ ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ລັດຖະບານ, ຮຽງ​ບ່າ​ຮຽງ​ໄຫຼ່ພ້ອມກັບ​ລັດຖະບານ​ໃນ​ການ​ສ້າ​ງ, ປະກາດ​ໃຊ້​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ໃໝ່ ​ເພື່ອ​ພັດທະນາ​ຂະ​ແໜງ​ການ ​ແລະ ປະ​ເທດ​ຊາດ. ພ້ອມ​ທັງ, ​ເອົາ​ໃຈ​ໃສ່​ພັດທະນາ​ບັນດາ​ວິ​ສາ​ຫະກິດ​​ເລີ່​ມດຳ​ເນີນ​ອາຊີບ; ສົມທົບກັບ​ບັນດາ​ມະຫາວິທະຍາ​ໄລ​ໃຫ້​ດີ​ກ່ວາ​ອີກ ​ເພື່ອ​ແກ້​ໄຂ​ເລື່ອງ​ຂາດ​ຊັບພະຍາກອນ​ມະນຸດ.

        ​ເນື່ອງ​ໃນ​ໂອກາດ​ນີ້ ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 2 ​ໃຫ້ VINASA ກ່ຽວ​ກັບ​ບັນດາ​ການ​ປະກອບສ່ວນ​ສຳຄັນ​ຂອງ VINASA ​ໃຫ້​ແກ່ການ​ພັດທະນາ​ຂອງ​ຂະ​ແໜງຊອບແວ ​ແລະ ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ຫວຽດນາມ, ປະກອບສ່ວນ​ເຂົ້າ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ