WTO ແລະ FAO ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ

WTO ແລະ FAO ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ - ảnh 1
(ພາບປະກອບ: AFP)

​(vovworld) –  ​ໃນ​ການ​ພົບ​ປະກັບ​ຜູ້ອຳນວຍການ​ໃຫຍ່ອົງການ​ອາຫານ ​ແລະ ການ​ກະ​ເສດ (FAO) Jose Graziano da Silva ຢູ່​​ເຊີ​ແນວ, ປ​ະ​ເທດ​ສິວິດ, ທ່ານ​ຜູ້ອຳນວຍການ​ໃຫຍ່ອົງການການ​ຄ້າ​ໂລກ (WTO) Roberto Azecedo ​ໄດ້​ເນັ້ນ​ໜັກ​ເຖິງ​ບັດດາ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ມື​ລະຫວ່າງ 2 ອົງການ​ສາກົນ ກ່ຽວ​ກັບ​ບັນດາ​ບັນຫາ​ການ​ຄ້າ ​ແລະ ຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ. ຕາມ​ທ່ານ Azevedo ​ແລ້ວ, ການຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ມີ​ການ​ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນກັບ​ການ​ຄ້າ ​ແລະ ສະ​ນັ້ນ, ມັນ​ແມ່ນ​ປັດ​ໃຈ​ສຳຄັນ​ຍິ່ງ​ໃນ​ວຽກ​ງານ​ຂອງ WTO. ທ່ານ Azevedo ສະ​ແດງ​ຄວາມ​ປາດ​ຖະໜາວ່າ ອາດ​ສາມາດ​ເພີ່ມ​ທະວີ​ການ​ຮ່ວມມື​ໃນ​ຂົງ​ເຂດ​ສຳຄັນ​ທີ່​ສົ່ງ​ຜົນ​ທະ​ທ້ອນ​ເຖິງ​ຫຼາຍ​ຄົນ​ດັ່ງ​ກ່າວ ຜ່ານ​ການ​ພົວພັນ​ຄູ່​ຮ່ວມ​ມື​ທີ່​ໃກ້ຊິດ​ກັບ FAO ກວ່າ. WTO ຈະ​ເຂົ້າ​ຮ່ວມ​ວຽກ​ງານ​ກະກຽມ​ໃຫ້​ເລື່ອງ​ປະກາດ​ບັນດາ​ຕະຫຼາ​ດຜະລິດ​ຕະພັນ​ກະ​ເສດ​ໃນ​ປີ​ນີ້​ຂອງ FAO, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ບັນຫາ​ການ​ຄ້າ ​ແລະ ຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ. FAO ກໍ່​ຈະ​ຈັດ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບການຄ້ຳປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ ​ໃນ​ວັນ​ທີ 05/06 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ