ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) - ປ່ຽນແປງໃໝ່ພື້ນຖານການສຶກສາ ຫວຽດນາມ ຢ່າງຮອບດ້ານ

(VOVWORLD) - ຕອນເຊົ້າວັນທີ 15 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ). 
ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) - ປ່ຽນແປງໃໝ່ພື້ນຖານການສຶກສາ ຫວຽດນາມ ຢ່າງຮອບດ້ານ - ảnh 1 ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ).

ຮ່າງກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ໄດ້ຫັນບັນດາທັດສະນະ ແລະ ການກຳນົດທິດຂອງພັກ, ລັດກ່ຽວກັບການປ່ຽນແປງໃໝ່ການສຶກສາ-ບຳລຸງສ້າງໂດຍພື້ນຖານ, ຮອບດ້ານເປັນລະບອບລະບຽບການ, ຫັນບັນດາຂໍ້ກຳນົດໃໝ່ຂອງລັດຖະທຳມະນູນປີ 2013 ກ່ຽວກັບການສຶກສາບຳລຸງສ້າງເປັນລະອຽດ. ເມື່ອປຶກສາຫາລືກ່ຽວກັບຮ່າງກົດໝາຍ, ທ່ານ ເຈິ່ນວັນນາມ, ສະມາຊິກສະພາແຫ່ງຊາດແຂວງ ບີງເຢືອງ ຖືວ່າ: ຄວນສ້າງທິດສະດີປັດຊະຍາໃນການສຶກສາຂອງ ຫວຽດນາມ ອີງໃສ່ 4 ເສົາຄ້ຳຕົ້ນຕໍແມ່ນ “ເປົ້າໝາຍ, ຈຸດໝາຍ, ເນື້ອໃນ ແລະ ວິທີການສຶກສາ”, ຈາກນັ້ນ ເພື່ອປ່ຽນແປງໃໝ່ພື້ນຖານການສຶກສາ ຫວຽດນາມ ຢ່າງຮອບດ້ານ.

        ບົນພື້ນຖານນັ້ນ ບັນດາກົນໄກນະໂຍບາຍໄດ້ປະກາດໃຊ້ເພື່ອໃຫ້ເໝາະສົມກັບ 4 ເສົາຄ້ຳ ຈະໄດ້ດຳເນີນຕາມທິດປ່ຽນແປງໃໝ່ເພື່ອໃຫ້ແທດເໝາະກັບສະພາບການ. ຍ້ອນວ່າ ສົ້ນອອກຂອງການສຶກສາແມ່ນມະນຸດ ເປັນຜູ້ຕັດສິນໃຫ້ແກ່ຄວາມວັດທະນາຖາວອນ, ຄວາມຍືນຍົງຄົງຕົວຂອງຊາດ ດັ່ງນັ້ນ ພາລະກຳຂອງການສຶກສາ ພຽງແຕ່ອາດຈະປ່ຽນແປງໃໝ່ຈິນຕະນາການ, ຄວາມຊິນເຄີຍເກົ່າເທົ່ານັ້ນ. ນັ້ນແມ່ນບັນດາຈຸດຍອດຍິ່ງຂອງມວນມະນຸດ, ຂອງຊາດ ແລະ ຍຸກສະໄໝຕ້ອງມີການຄັດເລືອກ ເພື່ອແນະນຳໃຫ້ຄົນລຸ້ນໜຸ່ມ, ສ້າງພື້ນຖານໝັ້ນຄົງໃຫ້ກົດໝາຍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ