ກູບາຕີລາຄາວິວັດການປັບປຸງຮູບແບບເສດຖະກິດ

ກູບາຕີລາຄາວິວັດການປັບປຸງຮູບແບບເສດຖະກິດ - ảnh 1
ທ່ານ​ປະທານ ກູ​ບາ Raul Castro (ຢູ່ກາງ)
(ພາບ: ສຳນັກຂາວສານ ຊິນຮວາ/ /TTXVN)


(vovworld) – ທ່ານ​ປະທານ ກູ​ບາ Raul Castro ​ໄດ້​ຮຽກຮ້ອງ​ການ​ນຳ​​ຂັ້ນ​ຕ່າງໆໃນ​ທົ່ວ​ປະ​ເທດ​ຄວນ​ດຳ​ເນີນ​ການ​ຕີ​ລາຄາ​ວິວັດ​ການ​ຜັນ​ຂະຫຍາຍ​ບັນດາ​ມາ​ດຕະການ​ປະຕິບັດ​ຮູບ​ແບບ​ເສດຖະກິດ​​ໃໝ່ບົນ​ຈິດ​ໃຈ​ຕຳ​ນິຕິ​ຊົມ ​ແລະ ສ້າງສັນ ​ເພື່ອ​ແນ​ໃສ່​ຫຼີກ​ລ້ຽງ​ບັນດາ​ການ​ຜິດ​ພາດ​ທີ່​ກໍ່​ຜົນ​ສະທ້ອນ​ເຖິງ​ວິວັດທະນາ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂອງ​ສະພາ​ລັດຖະມົນຕີ ​ເຊິ່ງຈັດ​ຂຶ້ນ​ໃນ​ທ້າຍ​ອາທິດຜ່ານ​ມາ ​ແລະ ​ໄດ້​ຖືກສື່​ມວນ​ຊົນ ກູ​ບາ ​ໄດ້​ລົງ​ພິມ​ໃນ​ວັນ​ທີ 3/3, ທ່ານ​ປະທານ Raul ຊີ້​ແຈ້ງວ່າ: ບໍ່​ແມ່ນ​ວ່າ​ທຸກໆ​ສິ່ງ​ທີ່​ລັດຖະບານ​ຈັດ​ວາງ​ໃນ​ວິວັດ​ການ​ຜັນ​ຂະຫຍາຍ​ວິວັດທະນາ​ການ​ປະຕິບັດ​ຮູບ​ແບບ​​ເສດຖະກິດ​ໃໝ່ລ້ວນ​ແຕ່ດຳ​ເນີນ​ໄດ້​ດີ, ມີ​ບາງ​ບັນຫາ ກູ​ບາ ຍັງ​ຂາດ​ບົດຮຽນ ພາ​ໃຫ້​ເກີດການ​ຜິດພາດ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສີ່​ງສຳ​ຄັນ​ແມ່ນ​ຕ້ອງຮັບ​ຮູ້​ບັນດາ​ຂໍ້​ຂາດ​ຕົກ​ບົກ​ຜ່ອງ ​ເພື່ອ​ປັບປຸງ​ຢ່າງ​ທັນ​ການ. ການ​ນຳ ກູ​ບາ ກໍ່​ເນັ້ນ​ໜັກ​ແຜນການ​ປັບປຸງ​ຮູບ​ແບບ​ເສດຖະກິດ​ຍັງ​ຄົງ​ພັດທະນາ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເປີດ​ກ້ວາງ​ແຕ່​ບໍ່​ຄວນຟ້າວ​ຟັ່ງ​ເກີນ​ໄປ.


ຂ່າວ/ບົດ​ອື່ນ