ກູບາແລະອາເມລິກາດຳເນີນການເຈລະຈາກ່ຽວກັບສິດທິມະນຸດຮອບທີ2

ກູບາແລະອາເມລິກາດຳເນີນການເຈລະຈາກ່ຽວກັບສິດທິມະນຸດຮອບທີ2 - ảnh 1
ພາບ​ປະ​ກອບ

(vovworld) – ​​ວັນ​ທີ 14/10, ທີ່​ນະ​ຄອນຫຼວງ ລາ​ຮາ​ວານ ປະ​ເທດ ກູ​ບາ, ບັນ​ດາ​ເຈົ້າ​ໜ້າ​ທີ່ ກູ​ບາ ແລະ ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ການ​​ເຈ​ລະ​ຈາ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ຮອບ​ທີ 2. ທີ່​ການ​ເຈ​ລະ​ຈາ, ຜູ້​ຕາງ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ ກູ​ບາ ໄດ້​ແຈ້ງ​ກ່ຽວ​ກັບ​ສະ​ພາບ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ​ໃນ​ບັນ​ຫາ​ປຶກ​ສາ​ຫາ​ລ​ື, ເຊິ່ງ​ລວມ​ທັງ​ບັນ​ດາ​ຜົນ​ງານ​ໃນ​ການ​ຊຸກ​ຍູ້ ແລະ ປົກ​ປັກ​ຮັກ​ສາ​ສິດ​ທິ​ມະ​ນຸດ, ບໍ່​ພຽງ​ແຕ່​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ກູ​ບາ ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ອື່ນໆ​ໃນ​ໂລກ​ອີກ​ດ້ວຍ. ລາ​ຮາ​ວານ ໄດ້​ສະ​ແດງ​ບັນ​ດາ​ຄວາມ​ວິ​ຕົກ​ວັງ​ວົນຕໍ່​ຄວາມ​ເຄົາ​ລົບ ແລະ ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດບໍ່​ພຽງ​ແຕ່​ຢູ່ປະ​ເທດ ອາ​ເມ​ລິ​ກາ ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ບັນ​ດາ​ປະ​ເທດ​ອື່ນໆ​ໃນ​ໂລກ​ອີກ​ດ້ວຍ. ກູ​ບາ ໄດ້​ຢັ້ງ​ຢືນ​ຄວາມ​ປາດ​ຖະ​ໜາ​ຂອງ​ຕົນ​ໃນ​ການ​ທີ່ 2 ປະ​ເທດ​ສາ​ມາ​ດ​ມີ​ການ​ກະ​ທຳ​ຢ່າງສີ​ວິ​ໄລ​ໃນ​ການ​ຮັບ​ຮູ້ ແລະ ເຄົາ​ລົບ​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ, ເພື່ອ​ແກ້​ໄຂ​ທຸກໆ​ຫົວ​ຂໍ້​ໃດ​ໃນ​ຂອບ​ເຂດ​ຄວາມ​ສະ​ເໝີ​ພາບ, ຄວາມ​ເຄົາ​ລົບ ແລະ ການ​ແລກ​ປ່ຽນ​ເຊິ່ງ​ກັນ ແລະ ກັນ.


ຂ່າວ/ບົດ​ອື່ນ