ກຸ່ມ ສສຊ ມິດຕະພາບ ຝລັ່ງ - ຫວຽດນາມ ສະໜັບສະໜູນຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ

ກຸ່ມ ສສຊ ມິດຕະພາບ ຝລັ່ງ - ຫວຽດນາມ ສະໜັບສະໜູນຫວຽດນາມ ກ່ຽວກັບບັນຫາທະເລຕາເວັນອອກ - ảnh 1
ກຳ​ປັ່ນ​ຂອງ​ຈີນ ຕັ້ງ​ໃຈ​ຕຳ, ນາບ​ຂູ່, ໃຊ້​ທໍ່ສີດ​ນ້ຳທີ່​ມີ​ຄວາມ​ແຮງ​ສູງ
​ໃສ່​ບັນ​ດາ​ກຳ​ປັ່ນ​ຂອງ​​ພົນລະ​ເຮືອນ​ຫວຽດນາມ

(ພາບປະກອບ)

(vovworld) – ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ວັນ​ທີ 03/06, ຢູ່​ຮ່າ​ໂນ້ຍ, ທ່ານປະທານ​ກຸ່ມ​ ສສຊ ມິດຕະພາບ​ຝລັ່ງ - ຫວຽດນາມ ຂອງ​ສະພາ​ແຫ່ງຊາດ​ຝລັ່ງ Pascal Deguilhem ​ໄດ້​ມີ​ການ​ພົບ​ປະ​ກັບ​ສື​ມວນ​ຊົນ​ຫວຽດນາມ. ກ່ຽວ​ກັບ​ເລ​ື່ອງຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ 981 ຢ່າງ​ຜິດ​ກົດໝາຍ​ໃນ​ເຂດ​​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຂອງ​ຫວຽດນາມ, ​ໄດ້​ກໍ່​ໃຫ້​ເກີດ​ສະພາບ​ເຄັ່ງ​ຕຶງ​ທີ່​ສຸດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານປະທານ​ກຸ່ມ​ ສສຊ ມິດຕະພາບ​ຝລັ່ງ - ຫວຽດນາມ Pascal Deguilhem ​ໃຫ້​ຮູ້​ວ່າ ​ກຸ່ມ​ ສສຊ ມິດຕະພາບ​ຝລັ່ງ - ຫວຽດນາມ ຂອງ​ສະພາ​ແຫ່ງຊາດ​ຝລັ່ງ ສະ​ແດງ​ຄວາມ​ເຫັນ​ຂອງ​ຕົນ​ດ້ວຍລາຍ​ລັກ​ອັກສອນ​​ເມື່ອ​ວັນ​ທີ 03/05/2014, ສະ​ແດງ​ຄວາມ​ວິຕົກ​ກັງວົນ ​ແລະ ປາດ​ຖະໜາຢາກ​ໃຫ້ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຈັດການ​ເຈລະຈາ​​​ເພື່ອ​ຊອກ​ຫາ​ມາດ​ຕະການ​ສັນຕິພາບ​ໃຫ້​ແກ່​ບັນຫາ​ດັ່ງກ່າວໂດຍ​ໄວ; ພ້ອມ​ທັງ​ຢືນຢັນ​ທັດ​ສະ​ນະ​ທີ່​ວ່າ ທຸກມາດ​ຕະການ​ຕ້ອງ​ອີງ​ໃສ່​ກົດໝາຍ​ສາກົນ. ​ກຸ່ມ​ ສສຊ ມິດຕະພາບ​ຝລັ່ງ - ຫວຽດນາມ ​ໄດ້​ແຈ້ງ​ໃຫ້ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງ ຊາບ​ກ່ຽວ​ກັບ​ສະພາບ​ການ ​ແລະ ສະ​ແດງ​ທັດສະນະ​ຂອງ​ຕົນ. ສານ​ຂອງ​ກຸ່ມ​ ສສຊ ມິດຕະພາບ​ຝລັ່ງ - ຫວຽດນາມ  ​ແມ່ນ​ຮຽກຮ້ອງ​ທຸກໆ​ຝ່າຍ​ຈົ່ງ​ລະງັບ​​ໃຈ, ຈຳກັດ​ບັນດາ​ການ​ກະທຳ​ທີ່​ນຳ​ໃຊ້​ຄວາມ​ຮຸນ​ແຮງສົ່ງ​ຜົນ​ສະທ້ອນ​ເຖິງ​ປະຊາຊົນ.

ຂ່າວ/ບົດ​ອື່ນ