ກົມ​ການ​ເມືອງ ​ປະກອບ​ຄໍາ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 13 ຂອງ​ພັກ​ໃຫ້​ສົມບູນ​​ແບບ, ສົ່ງ​ໃຫ້​ກອງ​ປະຊຸ​ມ​ໃຫຍ່​ອົງຄະນະ​ພັກ​ຂັ້ນ​ຮາກ​ຖານ

(VOVWORLD) - ຕອນເຊົ້າວັນທີ 14 ກຸມພາ, ຢູ່ສໍານັກງານສູນກາງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມ ກົມການເມືອງປະກອບຄໍາເຫັນໃສ່ຮ່າງເອກະສານກອງປະຊຸມໃຫຍ່ຊຸດທີ 13 ຂອງພັກໃຫ້ສົມບູນແບບ, ເພື່ອສົ່ງໃຫ້ກອງປະຊຸມໃຫຍ່ອົງຄະນະພັກຂັ້ນຮາກຖານ ປະກອບຄໍາເຫັນ.
ກົມ​ການ​ເມືອງ ​ປະກອບ​ຄໍາ​ເຫັນ​ໃສ່​ຮ່າງ​ເອກະສານ​ກອງ​ປະຊຸມ​ໃຫຍ່​ຊຸດ​ທີ 13 ຂອງ​ພັກ​ໃຫ້​ສົມບູນ​​ແບບ, ສົ່ງ​ໃຫ້​ກອງ​ປະຊຸ​ມ​ໃຫຍ່​ອົງຄະນະ​ພັກ​ຂັ້ນ​ຮາກ​ຖານ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງກ່າວຄໍາເຫັນໄຂກອງປະຊຸມ (ພາບ: TTXVN)

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຮຽກຮ້ອງໃຫ້ ສືບຕໍ່ກວດກາຄືນໃໝ່ຮ່າງບົດລາຍງານສະບັບຕ່າງໆ, ຮັບປະກັນລັກສະນະເປັນເອກະພາບກ່ຽວກັບທັດສະນະດ້ານແນວຄິດ, ດ້ວຍເນື້ອໃນຈິດໃຈ ລາຍງານກ່ຽວກັບດ້ານການເມືອງ ແມ່ນໃຈກາງ; ໃຊ້ຄໍາສັບໃຫ້ຖືກຕ້ອງຊັດເຈນ ແລະ ເຂົ້າໃຈງ່າຍ.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ກໍໃສ່ໃຈວ່າ “ເອກະສານຂອງກອງປະຊຸມໃຫຍ່ ແມ່ນຫຼັກຖານທີ່ປະໄວ້ໃຫ້ຄົນລຸ້ນຫຼັງ ດັ່ງນັ້ນ, ເລື່ອງຮັບເອົາຄໍາເຫັນປະກອບ ຕ້ອງມີທັດສະນະ, ມີຫຼັກໝັ້ນ, ມີຂໍ້ອ້າງອີງ ຕາມທິດນໍາທີ່ວ່າ ຮັບຟັງ ແລະ ເຄົາລົບນັບຖືຄໍາເຫັນທຸກຂໍ້, ມີການຊັ່ງຊາຢ່າງລະອຽດ. ເລື່ອງຮັບເອົາຄໍາເຫັນຕ້ອງມີຂໍ້ອ້າງອີງ, ມີພຶດຕິກໍາຕົວຈິງ, ຊວນເຊື່ອ, ຖືກຕ້ອງຕາມຫຼັກການ, ຖືກຕ້ອງຕາມຄຸນນະທາດ, ມີຄວາມຮັບຜິດຊອບຢ່າງສຸດຂີດ ແລະ ຕ້ອງປົກປ້ອງໄດ້ຄໍາເຫັນທີ່ຖືກຕ້ອງ. 

ຕອບກັບ

ຂ່າວ/ບົດ​ອື່ນ