ກຸ່ມສ.ສ.ຊມິດຕະພາບບຸນກາຣີ-ຫວຽດນາມ ຮຽກຮ້ອງຈີນລະງັບການກະທຳຜິດຢູ່ທະເລຕາເວັນອອກ

ກຸ່ມສ.ສ.ຊມິດຕະພາບບຸນກາຣີ-ຫວຽດນາມ ຮຽກຮ້ອງຈີນລະງັບການກະທຳຜິດຢູ່ທະເລຕາເວັນອອກ  - ảnh 1
ກຳປັ່ນຂອງ ຈີນ ສິດນ້ຳໃສ່ກຳປັ່ນປະຕິບັດກົດໝາຍ ຫວຽດນາມ
(ພາບປະກອບ)

(vovworld) – ຕາມ​ຂໍ້​ສະ​ເໜີ​ຂອງ​ສະມາຊິກ​ສະພາ​ແຫ່ງ​ຊາດ ບຸນ​ກາຣີ ທ່ານ Dimitar Dubov, ປະທານ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ບຸນ​ກາຣີ - ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ບຸນ​ກາຣີ ​ເລ​ດຶກ​ລື​ວ ​ໄດ້​ແຈ້ງ​ໃຫ້ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ບຸນ​ກາຣີ - ຫວຽດນາມ ຊາບກ່ຽວ​ກັບ​ເລື່ອງ ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ ​ໄຮ​ຢາງ -981 ຜິດ​ກົດໝາຍ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີ​ຂອງ ຫວຽດນາມ, ທ່ານ Dubov ຖະ​ແຫຼ​ງວ່າ: ບຸນ​ກາຣີ ສະໜັບສະໜູນ​ຖະ​ແຫຼ​ງການ​ເມື່ອ​ວັນ​ທີ 8/5 ຂອງ​ໂຄສົກ​ຂະ​ຫຼວງ​ໃຫຍ່​ຮັບຜິດຊອບ​ການ​ພົວພັນ​ຕ່າງປະ​ເທດ ​ແລ​ະ ນະ​ໂຍບາຍ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະຫະພາບ ​ເອີ​ລົບ (EU) ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນີ້​ຢ່າງ​ສົມບູນ. ກູ່​ມສະມາຊິກ​ສະພາ​ແຫ່ງ​ຊາດ​ມິດຕະພາບ ບຸນ​ກາຣີ - ຫວຽດນາມ ຮຽກຮ້ອງ ຈີນ ຕ້ອງ​ປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ ​ແລະ ລະງັບ​​​ໂດຍ​ບໍ່​ວ່າການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ອາດ​ຈະ​ສົ່ງ​ຜົນ​ຮ້າຍ​ເຖິງ​ສັນຕິພາບ ​ແລະ ຄວາມ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ, ຮຽກຮ້ອງ​ ຈີນ​ເຄົາລົບ​​ສົນທິສັນ​ຍາ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS) ປີ 1982, ​ເຄົາ​ລົບ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ປີ 2002 (DOC) ​ເຊິ່ງ ຈີນ ​ແມ່ນ​ຝ່າຍ​ໜຶ່ງ​ເຂົ້າ​ຮ່ວມ​ການ​ລົງ​ນາມ, ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ກ່ຽວຂ້ອງ​ເຖິງ​ວິວັດທະນາ​ການ​ເຈລະຈາ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງຕມາ​ມາດ​ຕະການ​ໂດຍສັນຕິ​ວິທີ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ສະຫງົບ, ຄວາມ​ເສລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ