ກຸ່ມເຮັດວຽກກ່ຽວກັບ UPR ຂອງສະພາ ສິດທິມະນຸດສະຫະ ປະຊາຊາດ ຮັບຮອງເອົາບົດລາຍງານຂອງຫວຽດນາມ

ກຸ່ມເຮັດວຽກກ່ຽວກັບ UPR ຂອງສະພາ ສິດທິມະນຸດສະຫະ ປະຊາຊາດ ຮັບຮອງເອົາບົດລາຍງານຂອງຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 07/02, ກຸ່ມ​ເຮັດ​ວຽກກ່ຽວ​ກັບກົນ​ໄກທົບ​ທວນ​ປະຈຳ​ໄລຍະ​ດ້ານ​ສິດທິ​ມະນຸດ (UPR) ຂອງ​ສະພາ​ສິດທິ​ມະ​ນຸດສະຫະ​ປະຊາ​ຊາດ ຢູ່​ເຊີ​ແນວ ​ໄດ້ຮັບຮອງ​ເອົາ​ບົດ​ລາຍ​ງານ​ໃນ​ຂອບ​ເຂດ UPR ຂອງ​ຫວຽດນາມ. ຕາມ​ການ​ຕີ​ລາຄາ​ຂອງ​ກຸ່ມ​ເຮັດ​ວຽກ, ຫວຽດນາມ ​ໄດ້​ສົມທົບ​ກັນ​ຢ່າງ​ສຸດ​ຈິດ​ສຸດ​ໃຈ ​ແລະ ມີ​ຄວາມ​ຮັບຜິດຊອບ ​ແລະ ມີປະສິດທິ​ຜົນ​ໃນ​ວິວັດ​ການ​ເຮັດ​ວຽກ ​ເພື່ອ​ສຳ​ເລັດ​ບົດ​ລາຍ​ງານ.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຮ່າ​ກິມ​ງອກ, ຮອງ​ລັດຖະມົນຕີ, ຫົວ​ໜ້າ​ຄະນະ​ເຈລະຈາ​ຫວຽດນາມ ຢືນຢັນ​ວ່າ, ຫວຽດນາມ ຕີ​ລາຄາ​ສູງ​ບັນດາ​ບົດ​ກ່າວ​ປາ​ໄສ, ການປະກອບຄຳ​ເຫັນ ​ແລະ ຂໍ້ສະ​ເໜີຂອງ​ບັນດາ​ປະ​ເທດ​ທີ່​ມີ​ຕໍ່​ຫວຽດນາມ ​ໃນ​ວາລະ​ລາຍ​ງານ​ ​ແລະ ການ​ເຈລະຈາ. ທ່ານ ຮ່າ​ກິມ​ງອກ ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ກົນ​ໄກ UPR ​ແລະ ຖື​ວ່າ ກົນ​ໄກ​ດັ່ງກ່າວ​ແມ່ນກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ທົບ​ທ້ວນ​ຄືນ​ສະພາບສິດທິ​ມະນຸດ​ຂອງ​​ຕົນ, ​ແບ່ງປັນ​ບົດຮຽນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສິດທິ​ມະນຸດ, ພ້ອມ​ທັງ​ຢືນຢັນ​ວ່າ, ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ຈະ​ພິຈາລະນາ​ບັນດາ​ຂໍ້ສະ​ເໜີ​ທີ່​​ຍົກ​ອອກ​ມາ​ຢູ່​ວາລະ​ລາຍ​ງານ ​ແລະ ການ​ເຈລະຈາ​ຄັ້ງ​ນີ້. ຫວຽດນາມ ຈະ​​ແຈ້ງ​ໃຫ້​ບັນດາ​ປະ​ເທດ​​ໄດ້​ຮັບ​ຊາບກ່ຽວ​ກັບ​ເລື່ອງ​ຮັບ​ຮອງ​ບັນດາ​ຂໍ້​ສະ​ເໜີ​​ທີ່​ສະ​ໄໝ​ປະຊຸມ​ຮັບຮອງ​ເອົາ​ບັນດາ​ບົດ​ລາຍ​ງານ UPR ທີ່​ກອງ​ປະຊຸມຄັ້ງ​ທີ 26 ຂອງ​ສະພາ​ສິດທິ​ມະນຸດ ຢ່າງ​ເປັນ​ທາງ​ການ, ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ໃນ​ເດືອນ 06/2014.

ຂ່າວ/ບົດ​ອື່ນ