ກວດກາການປະຕິບັດມະຕິສູນກາງຄັ້ງທີ 4 ແລະ ຄຳສັ່ງເລກທີ 3 ຂອງກົມການເມືອງ

ກວດກາການປະຕິບັດມະຕິສູນກາງຄັ້ງທີ 4 ແລະ ຄຳສັ່ງເລກທີ 3 ຂອງກົມການເມືອງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ພະນັກງານ​ຄະນະ​ຊົນ​ເຜົ່າ
(ພາບ: Phương Hoa/TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 14/8, ຢູ່ ຮ່າ​ໂນ້ຍ, ທ່ານ​ດິງ​ເທ໋ຮິງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ສຶກສາ​ສູນ​ກາງ, ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ກົມ​ການ​ເມືອງ ດຳ​ເນີນ​ການ​ກວດກາ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 (ຊຸດ​ທີ 11) “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ” ​ແລະ ຄຳ​ສັ່ງ​​ເລກທີ 03 ຂອງ​ກົມ​ການ​ເມື​ອງກ່ຽວ​ກັບ​ການ​ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະ​ທານ ​ໂຮ່ຈີ​ມິນ ຢູ່ ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ດິງ​​ເທ໋ຮິງ ຢືນຢັນ​ວ່າ: ມະຕິ​ສູນ​ກາງ​ຄັ້ງ​ທີ 4 ທີ່ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ໃນ 1 ປີກວ່າທີ່ຜ່ານມາ​ໄດ້​ປະກອບສ່ວນ​ສະກັດ​ກັ້ນ, ຍູ້​ບັນ​ດາ​ບັນຫາ​ຮີບ​ດ່ວນ​ທີ່​ສຸດ​ໃນ​ວຽກ​ງານ​ກໍ່ສ້າງ​ພັກ​​ປະຈຸ​ບັນ​ນີ້ໃຫ້​ຖອຍ​ໄປ. ນັ້ນ​ແມ່ນ​ສະພາບ​ການ​ເສື່ອມທາດເສຍຄຸນ​ກ່ຽວ​ກັບ​​ແນວ​ຄິດການ​ເມືອງ, ຄຸນສົມບັດ ​ແບບ​​ແຜນ​ດຳລົງ​ຊີວິດ​ໃນ​ໝູ່​ພະນັກງານ, ສະມາຊິກ​ພັກ​ຈຳນວນໜຶ່ງ, ​ແກ້​ໄຂ​ຈຳກັດຂໍ້ຂາດຕົກບົກຜ່ອງ​ເພື່ອ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ.​.​​. ທ່ານ​ດິງ​ເທ໋ຮິງ ​ເນັ້ນ​ໜັກ​ວ່າ:

    “ປະຕິບັດ​ແຜນ​ນະ​ໂຍບາຍ​ຂອງ​ສູນ​ກາງ, ກົມ​ການ​ເມືອງ​ໃນ​ປີ 2013 ຈະ​ຈັດ​ຕັ້ງ​ບັນດາ​ຄະນະ​ກວດກາ​ຢູ່​ຄະນະ​ພັກ​ແຂວງ, ​ຄະນະ​ພັກຂຶ້ນ​ກັບ​ສູນ​ກາງ, ຄະນະເລຂາ​ພັກ​ຂອງ​ອົງການ​ສູນ​ກາງ. ຜ່ານ​ນັ້ນ, ຮັບ​ຟັງ​ບັນດາ​ສະຫາຍ​ສະ​ເໜີ​ຕໍ່​ກົມ​ການ​ເມືອງ, ຄະນະ​ເລຂາ​ມາດ​ຕະການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ແລະ ຄຳ​ສັ່ງ​​ເລກທີ 3 ຂອງ​ກົມ​ການ​ເມືອງ ​ເຮັດ​​ໃຫ້​ມະຕິ​ຂອງ​ສູນ​ກາງ, ຄຳ​ສັ່ງ​ຂອງ​ກົມ​ການ​ເມືອງ​ບັນລຸ​ປະສິດທິ​ຜົນ​ໃນ​ຕົວ​ຈິງ, ປະກອບສ່ວນ​ສ້າງ​ພັກ​ເຮົາ​ໃຫ້​ປອດ​ໄສ​, ໝັ້ນຄົງ​​ເຂັ້ມ​ແຂງຢ່າງ​ແທ້​ຈິງ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ເພື່ອ​ໃຫ້​ພັກ​ກອມ​ມູນິດ ຫວຽດນາມ ປະຕິບັດ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຢ່າງ​ມີ​ໄຊ.”

    ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ມີ​ການ​ເຮັດ​ວຽກ​ກັບ​ຄະນະ​ເລຂາພັກ ຄະນະ​ຊົນ​ເຜົ່າ​ກ່ຽວ​ກັບ​ເລື່ອງ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ​ແລະ ຄຳ​ສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ.

ຂ່າວ/ບົດ​ອື່ນ