ກວດກາການສະຫນອງດິນປຸກສ້າງ, ດິນຜະລິດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ

 ກວດກາການສະຫນອງດິນປຸກສ້າງ, ດິນຜະລິດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ - ảnh 1
ພາບປະກອບ: internet

(vovword) - ຕອນ​ເຊົ້າ​ວັນ​ທີ 9/7, ຄະນະ​ຕິດ​ຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈັດການ​ປະຊຸມ​ເພື່ອ​ຮັບ​ຟັງ​ລັດຖະບານ ​ແລະ ກະຊວງ, ຂະ​ແຫນງ​ການ​ກ່ຽວຂ້ອງ​ຈຳ​ນວນ​ຫນຶ່ງ ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ປຸກ​ສ້າງ, ດິນ​ຜະລິດ​ໃຫ້​ແກ່​ຊາວ​ຊົນ​ເຜົ່າສ່ວນຫນ້ອຍ. ​ໃນ​ຫລາຍ​ປີຜ່ານມາ, ບັນດາ​ອົງຄະ​ນະ​ພັກ, ອຳນາດ​ການ​ປົກຄອງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ ​ໄດ້​ເອົາ​ໃຈ​ໃສ່​ປະຕິບັດ​ນະ​ໂຍບາຍຫນູນ​ຊ່ວຍ​ທີ່​ດິນ​ປຸກ​ສ້າງ, ດິນ​ຜະລິດ​ໃຫ້​ແກ່​ຄອບຄົວ​ຮັບ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ​ນັບ​ຮ້ອຍ​ຄອບຄົວ, ຊ່ວຍ​ພໍ່​ແມ່​ປະຊາຊົນ​ພັດທະນາ​ການ​ຜະລິດ, ​ເຮັດ​ໃຫ້ຊີວິດ​ການ​ເປັນ​ຢູ່​ໃຫ້​ເປັນ​ປົກກະຕິ. ທ່ານ Ksor Phuoc ຫົວຫນ້າ​ຄະນະ​ຕິດ​ຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ,​​ປະທານ​ກອງ​ປະຊຸມ​ໄດ້ຊີ້ນຳ​ວ່າ:

        “ຂ້າພະ​ເຈົ້າ​ສ​ະ​ເຫ​ນີ ຕ້ອງ​ລາຍ​ງານ​ເພີ່ມ​ເຕີມ​ເພື່ອ​ໃຫ້​ພວກ​ເຮົາ​ກຳ​ໄດ້​ສາຍ​ເຫດ​​ໃດ ​ໃນ​ໄລຍະ 10 ປີຜ່ານມາ, ຍາມ​ໃດພວກ​ເຮົາ​ກໍ​​ຈັດ​ແບ່ງ​ດິນ​ປຸກ​ສ້າງ, ດິນ​ຜະລິດ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ ​ແຕ່​ຍັງ​ຄົງ​​ເກີດການ​ພິພາດ. ຕ້ອງ​ພິຈາລະ​ນະາສາຍ​ເຫດ​ທີ່​ເຮັດ​ໃຫ້​ ຊາວ​ຊົນ​ເຜົ່າ​ຂາດ​​ທີ່​ດິນທຳ​ການ​ຜະລິດ ​ແລະ ອາ​ໄສ​ຢູ່.”

 

ຂ່າວ/ບົດ​ອື່ນ