ກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ແລະສະມາຊິກສະພາປະຊາຊົນທຸກຂັ້ນ

ກວດກາວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ14ແລະສະມາຊິກສະພາປະຊາຊົນທຸກຂັ້ນ - ảnh 1
ທ່ານ ຫງວຽນ​ວັນ​ຟາ ​ລົງ​ຕິດຕາມ​ກວດກາການ​ປະຕິບັດ
ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ຢູ່​ແຂວງ ຫວີງ​ຟຸກ
(ພາບ: ໜັງສືຟິມຫວີງຟຸກ)

(vovworld) – ວັນ​ທີ 24/03, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ວັນ​ຟາ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ, ​ໄດ້​ລົງ​ຕິດຕາມ​ກວດກາ​ສະພາບການ, ຄວາມ​ຄືບ​ໜ້າ, ໝາກຜົນ​ການ​ປະຕິບັດ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດທີ 14 ​ແລະ ສະພາ​ປະຊາຊົນ​ທຸກ​ຂັ້ນ​ຢູ່​ແຂວງ ຫວີງ​ຟຸກ. ນະ​ທີ່​ນີ້, ທ່ານ ຫງວຽນ​ວັນ​ຟາ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມຂອງ​ອຳນາດ​ການ​ປົກຄອງ ​ແລະ ​ແນວ​ໂຮມ​ປະ​ເທດ​ຊາດທຸກ​ຂັ້ນ​ໃນແຂວງ ຫວີງ​ຟຸກ ​ໃນ​ການ​ຜັນ​ຂະ​ຫຍາ​ຍປະຕິບັດ​ວຽກ​ງານ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກ​ຂັ້ນ​ອາຍຸ​ການ 2016 – 2021. ທ່ານ ຫງວຽນ​ວັນ​ຟາ ສະ​ເໜີ​ແຂວງ ຫວີງ​ຟຸກ ສືບ​ຕໍ່​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນ​ດາ​ບາດກ້າວ​ຖືກ​ຕາມ​ຂັ້ນ​ຕອນ​ທີ່​​ໄດ້​ຮັບ​ການ​ແນະນຳ.

        ​ແລະ​ກໍ່​ໃນ​ວັນ​ທີ 24/03, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ໂດຍ​ທ່ານ ຫວູຈ້ອງ​ກີ​ມ ຮອງ​ປະທານ, ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະກໍ່​ໄດ້​ລົງ ກວດກາ​ວຽກ​ງານ​ກະກຽມ​ການ​ເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ທຸກຂັ້ນ​ອາຍຸ​ການ 2016 – 2021 ຢູ່​ແຂວງ ທ໋າຍບີ່​ງ.

ຂ່າວ/ບົດ​ອື່ນ