ກວດພົບກໍລະນີຕິດພະຍາດໝາກສຸກລີງຄົນທຳອິດ, ກະຊວງສາທາລະນະສຸກສົ່ງຈົດໝາຍທາງການໂດຍດ່ວນ

(VOVWORLD) -ຜູ້ຕິດພະຍາດໝາກສຸກລີງທຳອິດຢູ່ ຫວຽດນາມ ແມ່ນຜູ້ຍິງ, ອາຍຸ 35 ປີ, ອາໄສຢູ່ນະຄອນ ໂຮ່ຈີມິນ ເລີ່ມມີອາການແຕ່ວັນທີ 18 ກັນຍາ 2022
ກວດພົບກໍລະນີຕິດພະຍາດໝາກສຸກລີງຄົນທຳອິດ, ກະຊວງສາທາລະນະສຸກສົ່ງຈົດໝາຍທາງການໂດຍດ່ວນ - ảnh 1ໄວຣັດພະຍາດໝາກສຸກລີງ
(ພາບ: laodong.vn)

        ພາຍຫຼັງທີ່ ຫວຽດນາມ ກວດພົບກໍລະນີຕິດພະຍາດໝາກສຸກລີງຄົນທຳອິດຢູ່ນະຄອນ ໂຮ່ຈີມິນ, ວັນທີ 03 ຕຸລາ, ກະຊວງສາທາລະນະສຸກສົ່ງຈົດໝາຍທາງການໂດຍດ່ວນ ເຖິງຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ສະເໜີເພີ່ມທະວີການປ້ອງກັນ, ຕ້ານພະຍາດດັ່ງກ່າວ.

        ກະຊວງສາທາລະນະສຸກສະເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຊີ້ນຳຢ່າງທັນທີໃຫ້ພະແນກ, ຂະແໜງການ, ອົງການ, ຫົວໜ່ວຍໃນບໍລິເວນແຂວງ ປະຕິບັດບັນດາການຊີ້ນຳຂອງລັດຖະບານຢ່າງເຂັ້ມງວດ ກ່ຽວກັບການເພີ່ມທະວີວຽກງານປ້ອງກັນ, ຕ້ານພະຍາດໝາກສຸກລີງ ແລະ ປະຕິບັດການແນະນຳຂອງກະຊວງສາທາລະນະສຸກກ່ຽວກັບການຕິດຕາມ, ບົ່ງມະຕິ, ປິ່ນປົວ ແລະ ປ້ອງກັນ, ຕ້ານການຕິດແປດພະຍາດໝາກສຸກລີງຢູ່ບັນດາຮາກຖານກວດ, ປິ່ນປົວພະຍາດ. ບັນດາທ້ອງຖິ່ນກະກຽມວຽກງານຮັບມືເພື່ອປ້ອງກັນ, ຕ້ານພະຍາດໃນບໍລິເວນ.

        ຜູ້ຕິດພະຍາດໝາກສຸກລີງທຳອິດຢູ່ ຫວຽດນາມ ແມ່ນຜູ້ຍິງ, ອາຍຸ 35 ປີ, ອາໄສຢູ່ນະຄອນ ໂຮ່ຈີມິນ ເລີ່ມມີອາການແຕ່ວັນທີ 18 ກັນຍາ 2022 ເມື່ອພວມໄປທ່ອງທ່ຽວຢູ່ Dubai (ແຕ່ເດືອນ ກໍລະກົດ ຫາວັນທີ 22 ກັນຍາ 2022 ກັບເມືອ ຫວຽດນາມ). ພາຍຫຼັງກັບເມືອ ຫວຽດນາມ, ວັນທີ 23 ກັນຍາ, ຄົນເຈັບຜູ້ນີ້ໄປກວດພະຍາດຢູ່ໂຮງໝໍ ຕືຢູ ແລະ ຖືກສົງໄສຕິດເຊື້ອພະຍາດຕິດແປດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ