ກ່ວາ 3,4 ລ້ານຄົນໃນໂລກຕິດເຊື້ອພະຍາດໂຄວິດ-19

(VOVWORLD) - ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 02 ພຶດສະພາ, ໂລກລະບາດໂຄວິດ-19 ໄດ້ແຜ່ລະບາດອອກສູ່ 212 ປະເທດ ແລະ ເຂດແຄ້ວນໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ 3,4 ລ້ານຄົນ, ໃນນັ້ນ ເກືອບ 240.000 ຄົນເສຍຊີວິດ ແລະ ກ່ວາ 1 ລ້ານຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ.

 ອາເມລິກາ ສືບຕໍ່ແມ່ນປະເທດມີຜູ້ຕິດເຊື້ອຫລາຍທີ່ສຸດໃນໂລກ, ຖັດມາແມ່ນປະເທດ ແອັດສະປາຍ, ອີຕາລີ, ອັງກິດ, ເຢຍລະມັນ, ລັດເຊຍ. ວັນທີ 01 ພຶດສະພາ, ສຳນັກຂ່າວສານ TASS ໄດ້ຄັດສະເໜີແຈ້ງການການຂ່າວຂອງກະຊວງກໍ່ສ້າງ ແລະ ເຮືອນຢູ່ ລັດເຊຍ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີ ແລະ ທ່ານຮອງລັດຖະມົນຕີກະຊວງດັ່ງກ່າວ ລ້ວນແຕ່ມີຜົນບວກພາຍຫລັງການວິໄຈໄວຣັດ SARS-CoV-2.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ