ກວາງນິງ: ສັບປະດາສົ່ງເສີມການຄ້າ OCOP 2019 ແລະ ປຸກລະດົມຂະບວນການຕ້ານສິ່ງເສດເຫຼືອຢາງພລາດສະຕິກ

(VOVWORLD) -ສັບປະດາສົ່ງເສີມການບໍລິໂພກຜະລິດຕະພັນ OCOP ກວ໋າງນິງ ປີນີ້ໄດ້ດໍາເນີນໃນລະຫວ່າງວັນທີ 09 – 11 ສິງຫາ 2019 ທີ່ສູນການຄ້າ BigC ຮ້າລອງ.

ຕອນຄໍ່າວັນທີ 09 ສິງຫາ, ທີ່ນະຄອນຮ້າລອງຂອງຫວຽດນາມ ໄດ້ຈັດພິທີໄຂສັບປະດາສົ່ງເສີມການບໍລິໂພກຜະລິດຕະພັນ OCOP ກວ໋າງນິງ ປີ 2019 ແລະ ປຸກລະດົມຂະບວນການຕ້ານສິ່ງເສດເຫຼືອໃນບໍລິເວນແຂວງ. ສັບປະດາສົ່ງເສີມການບໍລິໂພກຜະລິດຕະພັນ OCOP ກວ໋າງນິງ ປີນີ້ໄດ້ດໍາເນີນໃນລະຫວ່າງວັນທີ 09 – 11 ສິງຫາ 2019 ທີ່ສູນການຄ້າ BigC ຮ້າລອງ ດ້ວຍ 35 ຮ້ານວາງສະແດງ, ແນະນໍາ ແລະ ຂາຍຜະລິດຕະພັນ OCOP 250 ປະເພດຂອງກວ໋າງນິງ.

ແລະກໍໃນຂອບເຂດຂອງລາຍການດັ່ງກ່າວ, ແຂວງກວ໋າງນິງ ໄດ້ປຸກລະດົມຂະບວນການຕ້ານສິ່ງເສດເຫຼືອຢາງພລາດສະຕິກ ໃນບໍລິເວນແຂວງ ແລະ ໄດ້ຮັບການຕອບສະໜອງຈາກ ວິສາຫະກິດຫຼາຍແຫ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ