ກອງທັບກຳປູເຈຍ-ຫວຽດ ນາມປັບປຸງການ ພົວພັນທີ່ເປັນມູນເຊື້ອ

ກອງທັບກຳປູເຈຍ-ຫວຽດ ນາມປັບປຸງການ ພົວພັນທີ່ເປັນມູນເຊື້ອ - ảnh 1
(​ພາບ: giaoduc.net.vn)

 (vovworld)- ຕອນ​ບ່າຍ​ວັນ​ທີ 23/9, ຢູ່ສຳນັກງານ​ກະຊວງ​ປ້ອງ​ກັນ​ປະ​ເທດ, ທ່ານ​ພົນ​ໂທ​ເຈືອງ​ກວາງ​ແຄງ ຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດຫວຽ​ດນາມ ​ໄດ້​ໃຫ້ການ​ຕ້ອນຮັບຄະນະ​ຜູ້​ແທນ​ກົມ​ໃຫ່ຍປະກອບ​ເຕັກນິກ​ກອງທັບກຳປູ​ເຈຍ​ ​ໂດຍ​ທ່ານ​ພົນ​ເອກ Pếch Chươn ຮອງ​ຫົວໜ້າ​ກົມ​ໃຫ່ຍ​ເປັນ​ຫົວໜ້າ​ຄະນະ ພວມ​ຢູ່ຢ້ຽມຢາມ​ ​ແລະ ​ເຮັດ​ວຽກ​ຢູ່ຫວຽດນາມ. ທ່ານ​ພົນ​ໂທ​ເຈືອງ​ກວາງ​ແຄງ ອວຍພອນ​ປະ​ເທດ​ກຳປູ​ເຈຍ ​ໄດ້​ຈັດຕັ້ງການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຊຸດ​ທີ 5 ສຳ​ເລັດ​ຜົນ ​ແລະ ​ເນັ້ນໜັກ​ວ່າ: ຍາມ​ໃດ​, ລັດຖະບານ, ກອງທັບ ​ແລະ ປຊຊ ຫວຽ​ດນາມ ກໍ່​ຖື​ການ​ພັດທະນາ​ການ​ພົວພັນ​ສາມັກຄີ​ກັບລັດຖະບານ, ກອງທັບ ​ແລະ ປຊຊ ກຳປູ​ເຈຍ ​ເປັນ​ສຳຄັນ ​ແລະ ຈະ​ມານະ​ພະນາ​ຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ລະຫວ່າງ​ສອງ​ຊາດ.  ທ່ານຮອງ​ລັດຖະມົນຕີກະຊວງ​ປ້ອງ​ກັນ​ປະ​ເທດຫວຽ​ດນາມ ສະ​ເໜີ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ, ນັບ​ມື້ນັບ​ມີ​ປະສິດທິ​ຜົນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຕໍ່​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຂັ້ນສູງ, ການ​ບຳລຸງ​ສ້າ​ງ​ແຫຼ່ງຊັບພະຍາກອນ​ມະນຸດ, ຜ່ານນັ້ນປະ​ກອບ​ສ່ວນ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ກອງທັບ ​ແລະ ປຊຊ ສອງ​ປະ​ເທດ.

 

ຂ່າວ/ບົດ​ອື່ນ