ກອງທັບໄດ້ສ້າງແຜນການຮັບມືກັບໂລກພະຍາດໃນທຸກລະດັບແລ້ວ

(VOVWORLD) -ໃນໄລຍະຜ່ານມາ, ກອງທັບໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ

ກອງທັບໄດ້ສ້າງແຜນການຮັບມືກັບໂລກພະຍາດໃນທຸກລະດັບແລ້ວ - ảnh 1ທ່ານພົນໂທ ເຈິ່ນເດີນ

(ພາບ: TTXVN)

ວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ທ່ານພົນໂທ ເຈິ່ນເດີນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ຫົວໜ້າຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການສະກັດກັ້ນ, ຕ້ານໂລກລະບາດ Covid-19 ໄດ້ເປັນປະທານກອງປະຊຸມຂອງຄະນະຊີ້ນຳກ່ຽວກັບວຽກງານສະກັດກັ້ນ, ຕ້ານໂລກລະບາດໃນກອງທັບ.

          ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ເຈິ່ນເດີນ ໄດ້ຕີລາຄາວ່າ: ໃນໄລຍະຜ່ານມາ, ກອງທັບໄດ້ປະຕິບັດ 5 ຄຳຮຽກຮ້ອງໃນການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ, ຄື: ບໍ່ປະໃຫ້ໂລກພະຍາດແຜ່ລະບາດ, ບໍ່ປະໃຫ້ຖັນແຖວການແພດຖືກຕິດແປດ, ບໍ່ປະໃຫ້ມີຄົນເສຍຊີວິດ…

          ຕາມທ່ານພົນໂທ ເຈິ່ນເດີນ ແລ້ວ, ປະຈຸບັນ ຫວຽດນາມ ພວມຢູ່ໃນໄລຍະໃໝ່ໃນການປ້ອງກັນ, ຕ້ານໂລກລະບາດ, ຄວນມີແຜນການເພື່ອກຽມພ້ອມຮັບມືກັບຄວາມສ່ຽງໂລກພະຍາດແຜ່ລະບາດຢ່າງຮ້າຍແຮງກວ່າ, ຮັບປະກັນການປະຕິບັດໃຫ້ຖືກຕ້ອງຕາມເນື້ອໃນຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ຢຶດໝັ້ນຕໍ່ທິດນຳກວດພົບໂດຍໄວ, ແຍກຕົວ, ປິດລ້ອມເຂດເພື່ອດັບມອດໂລກລະບາດ, ປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກ…

ຕອບກັບ

ຂ່າວ/ບົດ​ອື່ນ