ກອງທະຫານຊ່າງແສງເລກ 1 ທີ່ເຂົ້າຮ່ວມການປົກປັກຮັກສາສັນຕິພາບ ໄດ້ປະຕິບັດສຳເລັດໜ້າທີ່, ກັບເມືອປະເທດຢ່າງປອດໄພ

(VOVWORLD) - ບັນດາສະມາຊິກຂອງກອງກໍ່ໄດ້ມານະພະຍາຍາມ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເຊິ່ງຜູ້ບັນຊາການຄະນະປະຕິບັດງານຈັດແບ່ງ.
ກອງທະຫານຊ່າງແສງເລກ 1 ທີ່ເຂົ້າຮ່ວມການປົກປັກຮັກສາສັນຕິພາບ ໄດ້ປະຕິບັດສຳເລັດໜ້າທີ່, ກັບເມືອປະເທດຢ່າງປອດໄພ - ảnh 1ກອງທະຫານຊ່າງແສງເລກ 1 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະປະຕິບັດງານ UNISFA (ເຂດ Abyei) ໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ
(ພາບ: TTXVN)

        ຮຸ່ງເຊົ້າວັນທີ 15 ສິງຫາ, ຢູ່ສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ, ຂຶ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດພິທີຕ້ອນຮັບກອງທະຫານຊ່າງແສງເລກ 1 ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະປະຕິບັດງານ UNISFA (ເຂດ Abyei), ໄດ້ປະຕິບັດສຳເລັດໜ້າທີ່ເປັນຢ່າງດີ ແລະ ກັບຄືນເມືອປະເທດ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານພັນເອກ ຟ້າມແມ້ງທັງ, ຫົວໜ້າກົມຮັກສາສັນຕິພາບ ຫວຽດນາມ, ເນັ້ນໜັກວ່າ ກອງທະຫານຊ່າງແສງເລກ 1 ແມ່ນກອງທະຫານຊ່າງແສງທຳອິດຂອງ ຫວຽດນາມ ທີ່ຜັນຂະຫຍາຍຢູ່ບໍລິເວນໃໝ່, ພື້ນຖານດ້ານວັດຖຸຍັງຂາດເຂີນ, ເງື່ອນໄຂດິນຟ້າອາກາດມີການປ່ຽນແປງທີ່ຮ້າຍແຮງ. ເຖິງຢ່າງໃດກໍ່ຕາມ, ບັນດາສະມາຊິກຂອງກອງກໍ່ໄດ້ມານະພະຍາຍາມ, ແກ້ໄຂທຸກຄວາມຫຍຸ້ງຍາກ, ປະຕິບັດສຳເລັດໜ້າທີ່ເຊິ່ງຜູ້ບັນຊາການຄະນະປະຕິບັດງານຈັດແບ່ງ. ຜູ້ບັນຊາການກອງທະຫານຊ່າງແສງ ໄດ້ຕາງໜ້າໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ມອບຫຼຽນໄຊເພື່ອພາລະກິດປົກປັກຮັກສາສັນຕິພາບສະຫະປະຊາຊາດ ໃຫ້ແກ່ພະນັກງານ, ພາລະກອນທັງໝົດ 184 ຄົນ.

        ໂດຍໄດ້ຮູ້ວ່າ, ພາຍຫຼັງ 15 ເດືອນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດຢູ່ຄະນະປະຕິບັດງານ UNISFA, ເຂດ Abyei, ກອງທະຫານຊ່າງແສງເລກ 1 ໄດ້ກໍ່ສ້າງໃໝ່, ຍົກລະດັບ ແລະ ສ້ອມແປງບັນດາເສັ້ນທາງຄົມມະນາຄົມສາຍຫຼັກຂອງຄະນະປະຕິບັດງານ; ກໍ່ສ້າງ 15 ເສັ້ນທາງລາດຕະເວນໃໝ່ ດ້ວຍຄວາມຍາວກວ່າ 300 ກມ; ກໍ່ສ້າງສະໜາມບິນກາງສະໜາມໃໝ່ຢູ່ Diffa 1 ແຫ່ງ. ນອກນັ້ນ, ກອງທະຫານຊ່າງແສງເລກ 1 ກໍ່ຍັງສົມທົບກັບກອງທະຫານບົກ ປາກິດສະຖານ, ຈັດການກວດ, ປິ່ນປົວພະຍາດ, ສະໜອງຢຸກຢາໂດຍບໍ່ເສຍຄ່າ, ມອບຂອງຂວັນໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍໃນບໍລິເວນ…

ຕອບກັບ

ຂ່າວ/ບົດ​ອື່ນ