ກອງປະຊຸມ AMM-56: ອາເມລິກາ ເນັ້ນຫນັກຢ່າງແຮງເຖິງບົດບາດໃຈກາງຂອງ ອາຊຽນ

(VOVWORLD) -ສ່ວນທ່ານນາງ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ປາດຖະຫນາຢາກໃຫ້ ອາເມລິກາ ສືບຕໍ່ສະຫນັບສະຫນູນບົດບາດໃຈກາງ ແລະ ຖານະ “ໃຈກາງການເຕີບໂຕ”ຂອງ ອາຊຽນ. 
ກອງປະຊຸມ AMM-56: ອາເມລິກາ ເນັ້ນຫນັກຢ່າງແຮງເຖິງບົດບາດໃຈກາງຂອງ ອາຊຽນ - ảnh 1ບັນດາທ່ານລັດຖະມົນຕີ ເຂົ້າຮ່ວມກອງປະຊຸມ. ພາບ: TTXVN

ວັນທີ 14 ກໍລະກົດ ຢູ່ ນະຄອນຫລວງ ຈາກາຕາ ປະເທດ ອິນໂດເນຊຍ, ກ່າວຄຳເຫັນທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ - ອາເມລິກາ, ທ່ານ Antony Blinken ລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເນັ້ນຫນັກວ່າ: ອາຊຽນ -ອາເມລິກາ ແມ່ນໃຈກາງໃນຄຳໝັ້ນສັນຍາຂອງ ວໍຊິງຕັນ ຢູ່ ມະຫາສະໝຸດອິນເດຍ -ປາຊີຟິກ. ທ່ານ Antony Blinken ຮຽກຮ້ອງຊຸກຍູ້ການຮ່ວມມື ອາເມລິກາ -ອາຊຽນ ແລະ ເພີ່ມທະວີຄວາມມານະພະຍາຍາມ ເພື່ອພ້ອມກັນແກ້ໄຂບັນດາສິ່ງທ້າທາຍສັບສົນພວມຜົນສະທ້ອນເຖິງພາກພື້ນ ແລະ ທົ່ວໂລກ.

ສ່ວນທ່ານນາງ Retno Marsudi, ລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ປາດຖະຫນາຢາກໃຫ້ ອາເມລິກາ ສືບຕໍ່ສະຫນັບສະຫນູນບົດບາດໃຈກາງ ແລະ ຖານະ “ໃຈກາງການເຕີບໂຕ”ຂອງ ອາຊຽນ. ທ່ານນາງ Retno Marsudi ໃຫ້ຮູ້ວ່າ: ປີນີ້ ອາຊຽນ ເລີ່ມຕົ້ນການສົມທົບປະຕິບັດວິໄສທັດ ອາຊຽນ ແລະ ມະຫາສະໝຸດອິນເດຍ -ປາຊີຟິກ (AOIP) ກັບທຸກຄູ່ຮ່ວມມື, ໃນນັ້ນ ມີ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ