ກອງປະຊຸມ ຜັນຂະຫຍາຍໜ້າທີ່ວຽກງານ ແຜນການປີ 2016 ຂອງຂະແໜງກໍ່ສ້າງ

ກອງປະຊຸມ ຜັນຂະຫຍາຍໜ້າທີ່ວຽກງານ ແຜນການປີ 2016 ຂອງຂະແໜງກໍ່ສ້າງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້ວັນ​ນິງ


(vovworld)- ຕອນ​ເຊົ້າ​ວັນ​ທີ 15/1, ກະ​ຊວງກໍ່​ສ້າງ​ຫວຽ​ດ​ນາມ ໄດ້​ຈັດ​ກອງ​ປະ​ຊຸມ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕິ​ເນັດ ຜັນ​ຂະ​ຫຍາຍ​ໜ້າ​ທີ່ວຽກ​ງານ ແຜນ​ການ​ປີ 2016.  ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ວູ້ວັນ​ນິງ ສະ​ເໜີ​ວ່າ ໃນ​ປີ 2016, ຂະ​ແໜງກໍ່​ສ້າງ​ຄວນ​ເລັ່ງ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ວາງ​ແຜນ​ກຳ​ນົດ ແລະ ຄຸ້ມ​ຄອງ​ການ​ວາງ​ແຜນ​ກຳ​ນົດ​ຢ່າງ​ມີ​ວິ​ໄສ​ທັດ​ຍາວ​ນານ. ພ້ອມ​ກັນ​ນັ້ນ, ທາງ​ຂະ​ແໜງ​ຕ້ອງ​ເພີ່ມ​ທະ​ວີ​ການ​ຄຸ້ມ​ຄອງ​ຄວາມ​ເປັນລະ​ບຽບຮຽບ​ຮ້ອຍ​ໃນ​ການກໍ່​ສ້າງ, ຄຸນ​ນະ​ພາບ​ຂອງ​ກິດ​ຈະ​ກຳ; ພ້ອມ​ທັງ​ສືບ​ຕໍ່​ບັນ​ດາ​ໂຄງ​ການ​ຂະ​ຫຍາຍ​ເຮືອນ​ຢູ່, ພິ​ເສດ​ແມ່ນ​ຕັ້ງ​ໜ້າ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ຄົ້ນ​ຄ້​ວາ, ນຳ​ສະ​ເໜີ​ບັນ​ດາ​ນະ​ໂຍບາຍໜູນ​ຊ່ວຍ​ຜູ້​ມີ​ລາຍ​ຮັບ​ຕ່ຳ​ເພື່ອ​ຊື້​ເຮືອນ​ຢູ່.
ຂ່າວ/ບົດ​ອື່ນ