ກອງປະຊຸມຂ່າວເວທີປາໄສວິສາຫະກິດຫວຽດນາມ 2012

ກອງປະຊຸມຂ່າວເວທີປາໄສວິສາຫະກິດຫວຽດນາມ 2012 - ảnh 1
​ທີ່​ກອງ​ປະຊຸມ​ຂ່າວ
(ພາບ: baomoi.com)


(vovworld) -     ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມປະຈຳ​ປີ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໃນ​ວັນ​ທີ 3/12 ຈະ​ມາ​ເຖິງ. ດ້ວຍ​ຫົວ​ຂໍ້ວ່າ “​ເພີ່ມ​ທະວີ​ຄວາມ​ຂະຫຍັນ​ຂັນ​ເຄື່ອນຂອງ​ພື້ນຖານ​ເສດຖະກິດ​ຫວຽດນາມ”, ​ເວທີ​ປາ​ໄສ​ຈະ​ປຶກສາ​ຫາລື​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນສຳລັບ​ວິ​ສາ​ຫະກິດ​ຫວຽດນາມ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ​ຄື ນະ​ໂຍບາຍ​ດ້ານ​ພາສີ, ວິທີ​ສຳ​ພັດ​ກັບ​ແຫຼ່ງທຶນ, ດອກ​ເບ້ຍ. ຈາກ​ນັ້ນ ​ໄດ້​ຍົກ​ອອກ​ຂໍ້​ສະ​ເໜີ​ຕໍ່ກັບ​ລັດຖະບານ​ຫວຽດນາມ ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຍົກ​ສູງ​ປະສິດທິ​ຜົນ​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ຂ່າວ, ທ່ານ​ວຸຕຽນ​​ໂລກ (Vu Tien Loc), ຫົວໜ້າ​ອົງການ​ການ​ຄ້າ ​ແລະ ອຸດ​ສາ​ຫະກຳ​ຫວຽດນາມ, ທັງ​ເປັນ​ປະທານຮ່ວມ​ສຳພັນທະ​ມິດ​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ ​ໃຫ້​ຮູ້​ວ່າ.

“​ໃນ​ກອງ​ປະຊຸມ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ບັນດາ​ສະຫະສະມາຄົມ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ຈະ​ມີ​ສຽງ​ເວົ້າ​ຂອງ​ຕົນ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບ​ທີ່​ແຕກ​ຕາງ​ກັນ ​ແລະ ມີລະບົບຂໍ້​ສະ​ເໜີ​​ແນະນຳບັນດາ​ອົງການ​ລັດຖະບານ​​ຢ່າງ​ທັນ​ການ​​ໃນ​ໄລຍະ​ປະ​ຈຸ​ບັນ ​ເພື່ອ​​ໃຫ້ພວກ​ເຮົາ​ມີ​ລະບົບ​ນະ​ໂຍບາຍ​ຢ່າງ​ຄົບ​ຊຸດ, ຕອບສະໜອງ​ໄດ້​ຕາມຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ວິ​ສາ​ຫະກິດ​ໃນ​ໄລຍະ​ຈະ​ມາ​ເຖິງ.”

​ເວທີ​ປາ​ໄສ​ວິ​ສາ​ຫະກິດ​ຫວຽດນາມ ປະຈຳ​ປີ ​ແມ່ນ​ກົນ​ໄກ​ຄູ່ເຈລະຈາ​ຢ່າງ​ລຽນ​ຕິດ ​ແລະ ​ແໜ້ນ​ແຟ້ນ ລະຫວ່າງ​ລັດຖະບານ​ຫວຽດນາມ ກັບ​ປະຊາ​ຄົມ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ແນ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ ​ແລະ ຊອກ​ຫາ​ມາດ​ຕະການ​ແກ້​ໄຂ ບົນ​ທັດສະນະ​ດຳ​ເນີນ​ທຸລະ​ກິດຢ່າງ​ໝັ້ນຄົງ ​ແລະ ຍາວ​ນານ. ຈຸດ​​ໃໝ່​່ຂອງ​ເວທີ​ປາ​ໄສ​ປີ​ນີ້ ​ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ 2 ສະຫະສະມາຄົມ​ວິ​ສາ​ຫະກິດ​ຕ່າງປະ​ເທດ​ທີ່​ມາ​ຈາກ​ສະ​ວິດ ​ແລະ ອິນ​ເດຍ.

ຂ່າວ/ບົດ​ອື່ນ