ກອງປະ​ຊຸ​ມ​ຄັ້ງ​ທີ 13 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບຫຼາຍ​ບັນ​ຫາ​ສຳ​ຄັນ

(VOVWORLD) -    ໃນວັນທີ 11  ແລະ 12 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄັ້ງທີ 13 ຂອງຄະນະປະຈຳສະພາແຫ່ງຊາດ.
ກອງປະ​ຊຸ​ມ​ຄັ້ງ​ທີ 13 ຂອງ ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບຫຼາຍ​ບັນ​ຫາ​ສຳ​ຄັນ - ảnh 1ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ  XV ໂຮມປະຊຸມ (ພາບ: TTXVN)

ກ່ຽວກັບວຽກງານສ້າງກົດໝາຍ, ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ພິຈາລະນາ, ຮັບຮອງເອົາຮ່າງມະຕິວ່າດ້ວຍພາລະບົດບາດ, ໜ້າທີ່, ສິດອຳນາດ ແລະ ໂຄງສ້າງການຈັດຕັ້ງຂອງຄະນະວຽກງານສະມາຊິກສະພາແຫ່ງຊາດ.

        ສຳລັບບັນດາບັນຫາເສດຖະກິດ - ສັງຄົມ, ຄະນະປະຈຳສະພາແຫ່ງຊາດ ພິຈາລະນາ, ຕົກລົງແຜນນະໂຍບາຍຫັນຈຸດປະສົງນຳໃຊ້ປ່າ, ເນື້ອທີ່ດິນປ່າ ແລະ ການປູກເຂົ້າແຕ່ສອງລະດູຂຶ້ນໄປ ຂອງ ໂຄງການກໍ່ສ້າງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2021 – 2025; ປະກອບຄຳເຫັນກ່ຽວກັບບົດລາຍງານໝາກຜົນການສຳຫຼວດຄວາມຄືບໜ້າໃນການກໍ່ສ້າງເສັ້ນທາງ ສາຍພູຫຼວງເບື້ອງຕາເວັນອອກ.

        ກໍໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຈະສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດຊຸດທີ XV.


ຕອບກັບ

ຂ່າວ/ບົດ​ອື່ນ