ກອງປະຊຸມຄັ້ງທີ4ຄູ່ເຈລະຈາຂັ້ນສູງກ່ຽວກັບເສດຖະກິດ ຫວຽດນາມ - ຝລັ່ງ

ກອງປະຊຸມຄັ້ງທີ4ຄູ່ເຈລະຈາຂັ້ນສູງກ່ຽວກັບເສດຖະກິດ ຫວຽດນາມ - ຝລັ່ງ - ảnh 1
ກອງປະຊຸມຄັ້ງທີ4ຄູ່ເຈລະຈາຂັ້ນສູງກ່ຽວ
ກັບເສດຖະກິດ ຫວຽດນາມ - ຝລັ່ງ
(ພາບສຳນັກຂ່າວສານຫວຽດນາມ)

(vovworld) - ວັນ​ທີ 25/7, ທີ່​ສຳນັກງານ​ກະຊວງ​ເສດຖະກິດ​ຝລັ່ງ ຢູ່ Paris, ດຳ​ເນີນ​ ກອງ​ປະຊຸມ​ຄັ້ງ​ທີ 4 ຄູ່​ເຈລະຈາ​ຂັ້ນ​ສູງ​ປະ​ຈຳປີກ່ຽວກັບ​ເສດ​ຖະກິດ ຫວຽດນາມ - ຝລັ່ງ ດ້ວຍ​ການເປັນ​ປະທານ​ຮ່ວມ ຂອງ ທ່ານ ຫງວຽນ​ເທ໋​ເຟືອງ ຮອງ​ລັດຖະມົນຕີ​ກະຊວງ​​ແຜນການ ​ແລະ ​ລົງທຶນຫວຽດນາມ ​ແລະ ທ່ານ Matthias Fekl ລັດຖະມົນຕີຮັບຜີ​ດຊອບການ​ຄ້າ​ຕາງ​ປະ​ເທດ, ສົ່ງເສີມການ​ທ່ອງ​ທ່ຽວ ​ແລະ ຊາວ​ຝລັ່ງຢູ່​ຕາງ​ປະ​ເທດ. ປະທານ​ຮ່ວມສອງ​ທ່ານ ຢືນຢັນ​ຄວາມ​ສຳຄັນ ຂອງ ຄູ່ເຈລະຈາເສດ​ຖະກິດຂັ້ນ​ສູງ​ປະ​ຈຳປີ ສຳລັບ​ການ​ຜັນ​ຂະຫຍາຍ​ການຮ່ວມ​ມື​ເສດຖະກິດ​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເຊິ​ງຝລັ່ງ ​ແລະ ຫວຽດນາມ​ໄດ້​ລົງ​ນາມປີ 2013 ປ່າງລະອຽດ ​ແລະ​ຖື​ນີ້​ແມ່ນບາດ​ກ້າວ​ສຳຄັນ​ໃຫ້ການ​ຢ້ຽມຢາມ​ທາງ​ລັດຖະກິດ​ມາ​ຫວຽດນາມ ​ໃນ​ຕົ້ນ​ເດືອນ 9 ທີ່​ຈະ​ມາ​ເຖິງ ຂອງ ທ່ານ Francois Hallande ປະທານ​າທິບໍດີ​ຝລັ່ງ. ທ່ານ ຮອງ​ລັດຖະມົນຕີ ຫງວຽນ​ເທ໋​ເຟືອງ ຢືນຢັນ ຄູ່​ເຈລະຈາ​ຂັ້ນ​ສູງປະ​ຈຳປີ ​ແມ່ນກາລະ​ໂອກາດ ​ເພື່ອ​ໃຫ້ສອງ​ປະ​ເທດ​ຊຸກຍູ້ ການ​ພົວພັນ​ຮ່ວມ​ມື ກ່ຽວກັນ ດ້ານ​ເສດຖະກິດ, ການ​ຄ້າ, ​ການລົງທຶນ ​ແລະ​ການພັດທະນາ ກວ່າ​ອີກ.ກ່ຽວກັບບັນດາ​ກຳນົດ​ທິດ​ການ​ຮ່ວມ​ມື​ໃນອານາ​ຄົດ, ສອງ​ຫົວ​ຂໍ້​ໄດ້​ຮັບບຸລິມະສິດ​ແມ່ນ ຊຸກຍູ້​​ການເຕີ​ບ​ໂຕຂຽວ ​ແລະ ຈຳກັດຜົນ​ກະ​ທົດ ຈາກ​ການປ່ຽນແປງຂອງດິນຟ້າອາກາດ ສຳລັບ​ກະສິກຳ. ຢູ່​ວາລະ​ປຶ​ກສາ​ຫາລື, ຝ່າ​ຍຝລັ່ງ​ໄດ້ ​ແນະນຳ​ບັນດາມາດ​ຕະການ ທີ່​ມີຫົວຄິດປະດິດສ້າງ ​ໃຫ້ສິ່ງ​ແວດ​ລ້ອມ​ສະບຽງອາຫານ ທີ່ມີ​ອະ​ສິດທິ​ຜົນ ​ແລະ​ປອດ​ໄປ.

 

ຂ່າວ/ບົດ​ອື່ນ