ກອງ​ປະຊຸມຄັ້ງ​ປະຖົມມະ​​ເລິກ ອະນຸ​ກໍາມະການ​ບັນດາ​ບັນຫາ​ການ​ເມືອງ​ໃນ​ຂອບ​ເຂດ ຄະນະ​ກໍ​ມມະ​ການ​ປະສົມ​ກ່ຽວກັບ​ການ​ຜັນ​ຂະຫຍາຍ ສັນຍາ​ PCA

(VOVWORLD) -ວັນທີ 17 ກຸມພາ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໂຕແອັງຢຸງ ແລະ ທ່ານນາງ Paola Pampaloni, ຮອງຫົວໜ້າກົມໃຫຍ່ ອາຊີ - ປາຊີຟິກ, ອົງການການຕ່າງປະເທດ ເອີຣົບ (EEAS) ໄດ້ເປັນປະທານຮ່ວມ ກອງປະຊຸມຄັ້ງປະຖົມມະເລິກ ອະນຸກໍາມະການບັນດາບັນຫາການເມືອງໃນຂອບເຂດ ຄະນະກໍາມະການປະສົມກ່ຽວກັບການຜັນຂະຫຍາຍ ສັນຍາແມ່ຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອີຢູ (PCA). 
ກອງ​ປະຊຸມຄັ້ງ​ປະຖົມມະ​​ເລິກ ອະນຸ​ກໍາມະການ​ບັນດາ​ບັນຫາ​ການ​ເມືອງ​ໃນ​ຂອບ​ເຂດ ຄະນະ​ກໍ​ມມະ​ການ​ປະສົມ​ກ່ຽວກັບ​ການ​ຜັນ​ຂະຫຍາຍ ສັນຍາ​ PCA - ảnh 1ກອງປະຊຸມຄັ້ງປະຖົມມະເລິກ ອະນຸກໍາມະການບັນດາບັນຫາການເມືອງໃນຂອບເຂດ ຄະນະກໍມມະການປະສົມກ່ຽວກັບການຜັນຂະຫຍາຍ ສັນຍາ PCA (ພາບ: TTXVN)

        ທ່ານຮອງລັດຖະມົນຕີການຕ່າງປະເທດ ໂຕແອັງຢຸງ ສະເໜີໃຫ້ສອງຝ່າຍ ເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ, ຈັດຕັ້ງປະຕິບັດສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນ (EVIPA) ລະຫວ່າງຫວຽດນາມ ແລະ ອີຢູ ແລະ ສະເໜີໃຫ້ອີຢູ ຍົກເລີກບັດເຫຼືອງໃນການປ້ອງກັນ, ຕ້ານການຫາປາຢ່າງຜິດກົດໝາຍ (IUU) ໂດຍໄວ.

        ທີ່ກອງປະຊຸມ, ສອງຝ່າຍປາດຖະໜາຢາກ ສືບຕໍ່ເຮັດໃຫ້ສາຍພົວພັນຮ່ວມມືຮອບດ້ານລະຫວ່າງສອງຝ່າຍເລິກເຊິ່ງຂຶ້ນຕື່ມ ເພື່ອແນໃສ່ຕອບສະໜອງຜົນປະໂຫຍດ ແລະ ຄວາມຮຽກຮ້ອງຕ້ອງການຂອງທັງສອງຝ່າຍ. ກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍຢັ້ງຢືນວ່າ ບັນດາການຂັດແຍ້ງກັນ ຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່່າດ້ວຍທະເລ ປີ 1982 (UNCLOS); ສະໜັບສະໜູນການຮັກສາຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ ແລະ ການບິນ, ເຄົາລົບກົດໝາຍຢູ່ທະເລຕາເວັນອອກ ແລະ ເນັ້ນໜັກເຖິງບົດບາດທີ່ນັບມື້ນັບສໍາຄັນຂອງ ອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.  ອີຢູ ປາດຖະໜາວ່າ ຫວຽດນາມຈະເພີ່ມທະວີການສົມທົບກັນ ເພື່ອຊຸກຍູ້ການພົວພັນລະຫວ່າງ ອາຊຽນ - ອີຢູ ; ອີຢູ ກັບ ຫວຽດນາມ ໂດຍສະເພາະແມ່ນເພີ່ມທະວີການຮ່ວມມືໃນບັນດາບັນຫາທົ່ວໂລກ, ປະກອບສ່ວນໃຫ້ແກ່ສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. 

ຕອບກັບ

ຂ່າວ/ບົດ​ອື່ນ