ກອງປະຊຸມຄວາມໝັ້ນຄົງ Munich

(VOVWORLD) - ວັນທີ 17 ກຸມພາ, ກອງປະຊຸມຄວາມໝັ້ນຄົງ Munich (MSC) ຄັ້ງທີ 55 ໄດ້ອັດລົງໃນສະພາບການທີ່ຫລາຍປະເທດເຂົ້າຮ່ວມກອງປະຊຸມໄດ້ແບ່ງປັນທັດສະນະວ່າ ຄວາມເປັນລະບຽບຮຽບຮ້ອຍສາກົນ ພວມປະສົບກັບບັນດາບັນຫາຮ້າຍແຮງ. 
ກອງປະຊຸມຄວາມໝັ້ນຄົງ Munich - ảnh 1 ກອງປະຊຸມຄວາມໝັ້ນຄົງ Munich (MSC) ຄັ້ງທີ 55 (ພາບ:  AFP/TTXVN)

ກ່າວຄຳເຫັນອັດກອງປະຊຸມ, ທ່ານປະທານ MSC Wolfgang Ischinger ເນັ້ນໜັກວ່າ ໃນ 3 ວັນດຳເນີນກອງປະຊຸມ, ບັນດາຜູ້ແທນເຂົ້າຮ່ວມມີທັດສະນະລວມວ່າ ຄວາມເປັນລະບຽບຮຽບຮ້ອຍສາກົນພວມຕົກເຂົ້າສູ່ສະພາບການ “ຊົ່ວຮ້າຍ”. ທີ່ກອງປະຊຸມ MSC ຄັ້ງທີ 55, ມີຜູ້ແທນກ່ວາ 500 ທ່ານ, ໃນນັ້ນ ມີບັນດາການນຳລັດ ແລະ ລັດຖະບານ ກໍ່ຄືບັນດາຜູ້ທີ່ມີອິດທິພົນຊື່ສຽງໃນຂົງເຂດດ້ານການເມືອງ ແລະ ຄວາມໝັ້ນຄົງໂລກ, ໄດ້ປຶກສາຫາລືບັນດາບັນຫາຄວາມໝັ້ນຄົງທົ່ວໂລກ, ໃນນັ້ນ ມີການແກ່ງແຍ້ງກັນ ແລະ ການຮ່ວມມືລະຫວ່າງບັນດາປະເທດມະຫາອຳນາດ, ອະນາຄົດຂອງສະຫະພາບ ເອີຣົບ (ອີຢູ) ແລະ ບັນດາການພົວພັນຂ້າມມະຫາສະໝຸດອັດລັງຕິກພວມຖືກຊຸດໂຊມ.

        ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Javad Zarif ໄດ້ຮຽກຮ້ອງບັນດາປະເທດມະຫາອຳນາດໃນ ເອີຣົບ ຈົ່ງມານະພະຍາຍາມກ່ວາອີກ ເພື່ອຊ່ວຍກອບກູ້ເອົາຂໍ້ຕົກລົງນິວເຄຼຍກັບປະເທດສາທາລະນະລັດອິດສະລາມນີ້ ພາຍຫລັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງ.

ຕອບກັບ

ຂ່າວ/ບົດ​ອື່ນ