ກອງ​ປະ​ຊຸ​ມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ມາດ​ຕະ​ກາ​ນ​ຮັບ​ມື​ກັບ ໂລກ​ລະ​ບາດ Covid – 19

(VOVWORLD) -ຕອນບ່າຍວັນທີ 31 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກ່ຽວກັບວຽກງານກຽມພ້ອມບັນດາການມາດຕະການຮັບມືກັບໂລກລະບາດ Covid – 19, ລວມມີການເປັນເຈົ້າການມາດຕະການຮັບມືກັບບັນດາການຜັນແປທີ່ຮ້າຍແຮງທີ່ສຸດ.
ກອງ​ປະ​ຊຸ​ມ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກ່ຽວ​ກັບ​ມາດ​ຕະ​ກາ​ນ​ຮັບ​ມື​ກັບ ໂລກ​ລະ​ບາດ Covid – 19 - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກເປັນປະທານກອງປະຊຸມ

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຊີ້ຢ່າງຈະແຈ້ງວ່າ ດ້ວຍເນື້ອໃນຈິດໃຈເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນໂລກລະບາດ, ລັດຖະບານຕ້ອງຄາດຄະເນລ່ວງໜ້າໄດ້ສະພາບການຮ້າຍແຮງທີ່ສຸດເມື່ອໂລກລະບາດເກີດຂຶ້ນ. ລັດຖະບານຕ້ອງກະກຽມມາດຕະການຮັບມືກັບທຸກໆກໍລະນີຂອງໂລກພະຍາດ, ຄືວິທີການໂຮງໝໍກາງສະໜາມ, ລະດົມແຫຼ່ງກຳລັງ ແລະ ມາດຕະການຕ່າງໆຫຼາຍຢ່າງເພື່ອປົກປັກຮັກສາສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນ.

ສຳລັບບັນຫາປະກັນຊີວິດສັງຄົມໃນໄລຍະເກີດໂລກລະບາດ, ທ່ານນາຍົກລັດຖະມົນຕີໄດ້ຊີ້ແຈ້ງວ່າ ໂລກລະບາດສົ່ງຜົນສະທ້ອນຢ່າງໜັກໜ່ວງເຖິງຜູ້ປະສົບຄວາມມທຸກຍາກ, ເຮັດໃຫ້ຜູ້ອອກແຮງງານວ່າງງານ, ມີຫຼາຍຄອບຄົວປະສົບຄວາມຫຍຸ້ງຍາກ. ດັ່ງນັ້ນ, ການປຶກສາຫາລືບັນດາມາດຕະການໜູນຊ່ວຍບັນດາເປົ້າໝາຍນີ້ແມ່ນຈຳເປັນທີ່ສຸດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ