ກອງປະຊຸມຍ້ອງຍໍຜູ້ທີ່ມີຄຸນງາມຄວາມດີເຂົ້າຮ່ວມບັນຮົບໂຮ່ຈິມິນ-ລະດູບານໃໝ່ປີ1975

ກອງປະຊຸມຍ້ອງຍໍຜູ້ທີ່ມີຄຸນງາມຄວາມດີເຂົ້າຮ່ວມບັນຮົບໂຮ່ຈິມິນ-ລະດູບານໃໝ່ປີ1975 - ảnh 1
ບັນດາຜູ້ແທນເຊິ່ງເປັນຜູ້ທີ່ມີຄຸນງາມຄວາມດີໄດ້ຮັບໃບຍ້ອງຍໍ
ຈາກກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ
(ພາບ: http:qdnd.vn)

(vovworld) - ກອງ​ປະຊຸມ​ຍ້ອງຍໍ​​ຜູ້​ທີ່​ມີ​ຄຸນງາມຄວາມດີ​ເຂົ້າ​ຮ່ວມ​ບັນ​ຮົບ​ໂຮ່ຈິ​ມິນ-​ລະດູບານ​ໃໝ່​ປີ 1975 ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 14/4, ຢູ່​ນະຄອນ​ໂຮ່ຈິ​ມິນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ 300 ຄົນ​ເຊິ່ງແມ່ນ​ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ,​ ຍາດຕິ​ພີ່ນ້ອງ​ຂອງ​ທະຫານ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້ມີຄຸນງາມຄວາມດີ​ທີ່​ດີ​ເດັ່ນ ​ໃນ​ການ​ຕໍ່ສູ້​ປົດ​ປ່ອຍ​ພາກ​ໃຕ້, ທ້ອນ​ໂຮມ​ປະ​ເທດ​ຊາດເປັນ​ເອກະ​ພາບ​ກໍ່​ຄື​ໃນບັ​ນດາ​ຂົງ​ເຂດ​ການ​ເຄື່ອນ​ໄຫວ​ຂອງ​ຊີວິດ​ສັງຄົມ. ກອງ​ປະຊຸມ​ຍ້ອງຍໍ​​ຜູ້​ທີ່​ມີ​ຄຸນງາມຄວາມດີ ​ເຂົ້າ​ຮ່ວມ​ບັນ​ຮົບ​ໂຮ່ຈິ​ມິນ-​ລະດູບານ​ໃໝ່​ປີ 1975 ​ແມ່ນ​ໂອກາດ​ເພື່ອ​ໃຫ້​ພັກ, ລັດ ​ແລະ ປະຊາຊົນ​ຫວຽ​ດນາມ​ ອາ​ໄລ​ຫາ, ຕອບ​ບຸນ​ແທນ​ຄຸນ​ບັນດາ​ວິລະ​ຊົນ​ທີ່​ໄດ້​ເສຍສະຫຼະ​ຊີ​ວີ​ດນອງ​ເລືອດ, ​ໃຫ້​ແກ່​ພາລະກິດ​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ຊາດ. ພ້ອມ​ທັງ​, ຫວນ​ຄືນປະຫວັດສາດ​ທີ່​ສະຫງ່າ​ລາສີ, ບັນດາວິລະ​ກຳພິລະ​ອາດ​ຫານ​ຂອງ​ບັນດາ​ລຸ້ນກ່ອນ. ກອງ​ປະຊຸມ​ກໍ່​ແມ່ນ​ໂອກາດ​ເຊີດ​ຊູ, ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຜົນງານ​ທີ່​ດີ​ເດັ່ນ​ຂອງ​ບັນດາ​ວິລະ​ຊົນ, ຄອບຄົວ​ທະຫານ​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ, ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ, ນັກຮົບ​ເກົ່າ​ພ້ອມ​ກັບ​ຍາດຕິ​ພີ່ນ້ອງ​​ໃນ​ໄລຍະ​​ສັນ​ຕິ​ພາບ.
ຂ່າວ/ບົດ​ອື່ນ