ກອງປະຊຸມທົ່ວປະເທດກ່ຽວກັບວຽກງານທິດສະດີແລະກຳນົດທິດຄົ້ນຄ້ວາຮອດປີ2030

ກອງປະຊຸມທົ່ວປະເທດກ່ຽວກັບວຽກງານທິດສະດີແລະກຳນົດທິດຄົ້ນຄ້ວາຮອດປີ2030 - ảnh 1
ທ່ານ ດິງ​ເທ໋​ຮິງ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
(ພາບ: khoahocvacongnghevietnam.com)

(vovworld) – ​ກອງ​ປະ​ຊຸມທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ທິດ​ສະ​ດີ ແລະ ​ກຳ​ນົດ​ທິດ​ຄົ້ນ​ຄ້​ວາ​ຮອດ​ປີ 2030 ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 11/3, ຢູ່​ຮ່າ​ໂນ​້ຍ, ໂດຍ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາ​ງ​ຈັດ​ຕັ້ງ​ຂຶ້ນ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ ດິງ​ເທ໋​ຮີງ ຊີ້​ແຈ້ງວ່າ: ມະ​ຕິ​ເລກ​ທີ 37 ຂອງ​ກົມ​ການ​ເມືອງ​ມີ​ບົດ​ບາດ​ສຳ​ຄັນ​ພິ​ເສດ​ໃນ​ວຽກ​ງານ​ທິດ​ສະ​ດີ, ​ເຊິ່ງ​ໃນ​ນັ້ນ​ລວມ​ມີ​ບັນ​ດາ​​ທິດ​ທາງໃຫຍ່​ແຕ່ນີ້​ຮອດ​ປີ 2020 ແລະ ວິ​ໄສ​ທັດ​ຮອດປີ 2030. ດັ່ງ​ນັ້ນ, ເລື່ອງ​ຮ່ຳ​ຮຽນ, ຄົ້ນ​ຄ້​ວາ, ຊາບ​ຊືມ​ມະ​ຕິ 37 ຢ່າງ​ເລິກ​ເຊິ່ງ​ໃນ​​ໝູ່ພະ​ນັກ​ງານ, ສະ​ມາ​ຊິກ​ພັກ​ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສ​ດ. ທ່ານ ດິງ​ເທ໋​ຮິງ ຮ​ຽກ​ຮ້ອງ​ໃຫ້​ບັນ​ດາ​ຜູ້​ແທນ​ຕ້ອງ​ຄົ້ນ​ຄ້​ວາ, ປຶກ​ສາ​ຫາ​ລື, ກຳ​ແໜ້ນ​ບັນ​ດາ​ເນື້ອ​ໃນ​ຂອງ​ມະ​ຕິ. ບົນ​ພື້ນ​ຖານນັ້ນ​, ຕີ​ລາ​ຄາ​ການ​ເຄື່ອນ​ໄຫວທິດ​ສະ​ດີ ແລະ ວຽກ​ງານ​ທິດ​ສະ​ດີ​ຢູ່​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ, ຫົວ​ໜ່ວຍ​ຂອງ​ຕົນ​ຢ່າງ​ເຂັ້ມ​ງວດ ເພື່ອ​ເຮັດ​ແຈ້ງ​ປະ​ສິດ​ທິ​ຜົນ ແລະ ສະ​ພາບ​ຕົວ​ຈິງ,ຈາກນັ້ນ​ຊີ້​ນຳ​ວຽກ​ງານ​ທິດ​ສະ​ດີ​ເໝາະ​ສົມ​ກັບ​ແຕ່​ລະ​ເປົ້າ​ໝາຍ, ແຕ່​ລະ​ຂັ້ນ. ທ່ານ ດິງ​ເທ໋​ຮິງ ໄຈ້​ແຍກ​​ເຮັດ​ແຈ້ງບາງ​ເນື້ອ​ໃນ​ຕ້ອງ​ເອົາ​ໃຈ​ໃສ່​ຂອງ​ມະ​ຕິ​ເລກ​ທີ 37 ແລະ ຮຽກ​ຮ້ອງວ່າ: ພາຍຫຼັງ​ກອງ​ປະ​ຊຸມນີ້, ບັນ​ດາ​ຜູ້​ແທນ​ຕັ້ງ​ໜ້າ​ຜັ​ນ​ຂະ​ຫຍາຍ, ຊາບ​ຊືມ ແລະ ປະ​ຕິ​ບັດ​ມະ​ຕິ, ກ່ອນ​ອື່ນ​ໝົດ​ເພື່ອ​ຮັບ​ໃຊ້​ການ​ປຶກ​ສາ​ຫາ​ລື​ຮ່າງ​ເອ​ກະ​ສານ​ຂອງ​ພັກ, ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ທຸກ​ຂັ້ນ​ເປັນ​ຢ່າງ​ດີ, ມ່​ຸງ​ໄປ​ເຖິງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ. ກ່ຽວ​ກັບ​ໄລ​ຍະ​ຍາວ, ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ ແລະ ຄົບ​ຊຸດ​ໃນ​ວຽກ​ງານ​ທິດ​ສະ​ດີ​ຢູ່​ບັນ​ດາ​ທ້ອງ​ຖິ່ນ, ຫົວ​ໜ່​ວຍ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ບັນ​ດາ​ໜ້​າ​ທີ່​ປະ​ຕິ​ວັດ​ແຕ່ນີ້​ຮອດ​ປີ 2020 ແລະ ຊ​ຸມ​ປ​ີ​ຕໍ​ໄປ​ຢ່າງ​ມີ​ໄຊ.

 


ຂ່າວ/ບົດ​ອື່ນ