ກອງປະຊຸມທົ່ວປະເທດຕີລາຄາ 5 ປີ ທີ່ ຫວຽດນາມເຂົ້າເປັນສະມາຊິກ WTO

ກອງປະຊຸມທົ່ວປະເທດຕີລາຄາ 5 ປີ ທີ່ ຫວຽດນາມເຂົ້າເປັນສະມາຊິກ WTO - ảnh 1
ກອງ​ປະຊຸມ​ທົ່ວ​ປະ​ເທດ​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ມະຕິ​ເລກທີ 08


(vovworld) -  ວັນ​ທີ 14/8 ຢູ່ ຮ່າ​ໂນ້ຍ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ຕີ​ລາຄາ​ສະພາບ​ການ​ປະຕິບັດ​ມະຕິ​ເລກທີ 08, ກອງ​ປະຊຸມ​ຄັ້ງ​ທີ 4 ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 10 ກ່ຽວ​ກັບ “ບາງ​ແຜນ​ນະ​ໂຍບາຍ​ໃຫຍ່​ເພື່ອ​ໃຫ້​ພື້ນຖານ​ເສດຖະກິດ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ ​ເມື່ອ​ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ຂອງ​ອົງການ​ການ​ຄ້າ​ໂລກ. ນະ​ທ່ີ​ນີ້ ທ່ານ ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈງ​ວ່າ: ຫວນ​ຄືນ​ໄລຍະ 5 ປີ ປະຕິບັດ​ມະຕິ​ເລກທີ 08 ​ແລະ ກໍ​ແມ່ນ 5 ປີ ທີ່​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ, ຫວຽດນາມ ​ໄດ້​ຫັນ​ຈາກ​ການ​ລົບ​ລ້າງ​ສະ​ພາບ​ຖືກ​ໂດດດ່ຽວ​​ດ້ານ​ເສດຖະກິດ​ເພ່ືອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ທົ່ວ​ໂລກ ມາສູ່​ການ​ຍູ້​ແຮງ​ຊອກ​ຫາ​ຕະຫລາດ, ຊຸກຍູ້​ວິວັດ​ການ​ຫັນ​ຮູບ​ແບບ​ຈະ​ເລີ​ນ​ເຕີບ​ໂຕ. ​ໃນ​ເວທີ​ຫລາຍ​ຝ່າຍ, ບັນດາ​ຄຳ​ໝັ້ນ​ສັນຍາ​ໃນ​ອົງການ​ການຄ​້າໂລກ​ເກືອບ​ຄື​ວ່າ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຖ້ວນ. ຢູ່​ພາກ​ພື້ນ, ຫວຽດນາມ ນັບ​ມື້​ນັບ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ກັບ ອາ​ຊຽນ, ມຸ່ງ​ໄປ​ເຖິງ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015; ພ້ອມ​ທັງ​ຕັ້ງຫນ້າ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຫລື​ກະກຽ​ມການ​ເຈລະຈາ​ໃຫ້​ແກ່​ສັນຍາ​ການ​ຄ້າ​ເສລີ​ສຳຄັນ​ຈຳນວນ​ຫນຶ່ງ. ທ່າ​ນນາຍົກລັດຖະມົນຕີ​ Nguyen Tan Dung ຢືນຢັນ​ວ່າ: ​ໃນ​ສະພາບ​ການ​ນີ້ ຫວຽດນາມ ຕ້ອງ​ມີ​ການ​ຕີ​ລາຄາ​ຢ່າ​ງຮອບດ້ານ​ກ່ຽວ​ກັບ​ການ​ປະຕິບັດ​ມະຕິ​ເລກທີ 08 ​ແລະ ບັນດາ​ຈຸດໝາຍ, ຫນ້າ​ທີ່​ວາງ​ອອກ​ໃນ​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ ​ເພື່ອ​ຊອກ​ຫາ​ບັນດາ​ມາດ​ຕະການ​ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ການ​ເຊື່ອມ​ໂຍງ​ສາກົນ​ເວົ້າ​ລວມ ​ແລະ ກາ​ນ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ສາກົນ​ເວົ້າ​ສະ​ເພາະ.

 

 

ຂ່າວ/ບົດ​ອື່ນ