ກອງປະຊຸມນັກປະພັນວັນນະຄະດີ 3 ປະເທດຫວຽດນາມ - ລາວ - ກຳປຸເຈຍ

ກອງປະຊຸມນັກປະພັນວັນນະຄະດີ 3 ປະເທດຫວຽດນາມ - ລາວ - ກຳປຸເຈຍ - ảnh 1
​ນັກ​ປະພັນ​ວັນນະ​ຄະດີ 3 ປະ​ເທດ​ຫວຽດນາມ - ລາວ - ກຳ​ປຸ​ເຈຍ
(ພາບ: nhandan.com.vn)


(vovworld) -     ຕອນ​ເຊົ້າ​ວັນ​ທີ 11/9, ຢູ່​ນະຄອນດ່າ​ນັ້ງ​ ໄດ້​ດຳ​ເນີນ​ກອງ​ປະຊຸມ​ນັກ​ປະພັນ​ວັນນະຄະດີ 3 ປະ​ເທດຫວຽດນາມ - ລາວ - ກຳ​ປຸ​ເຈຍ ​ແລະ ພິທີມອບ​ລາງວັນ​ວັນນະຄະ​ດີ​ແມ່​ນ້ຳຂອງ​ຄັ້ງ​ທີ 4. ພາຍ​ຫຼັງ​ກອງ​ປະຊຸມ​ 3 ຄັ້ງ​ໂດຍ​ຜັດ​ປ່ຽນ​ກັບ​ຈັດ​ຂຶ້ນ, ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ສະມາຄົມ​ນັກ​ປະພັນ​ວັນນະ​ດີ 3 ປະ​ເທດຫວຽດນາມ - ລາວ - ກຳ​ປຸ​ເຈຍ ນັບ​ມື້​ນັບ​ໄດ້​ຮັບ​ການ​ສ້າງ​ໃຫ້​ສົມ​ບູນ​ແບບ​​ກວ່າ, ສ້າງ​ເງື່ອນ​ໄຂ​ໃຫ​້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ປະດິດຄິດ​ແຕ່ງ​ວັນນະຄະດີ. ສະມາຄົມ​ນັກ​ປະພັນ​ວັນນະຄະດີ​ຫວຽດນາມ ​ໄດ້​ຈັດ​ໃຫ້​ສະມ​າຊິກ​ເຂົ້າ​ຮ່ວມ​ການ​ຢ້ຽມຢາມ​ສະໜາມຮົບ​ເກົ່າ​ຢູ່​ລາວ ​ແລະ ກຳ​ປຸ​ເຈຍ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ Le Quang Trang, ຮອງ​ປະທານ​ສະມາຄົມ​ນັກ​ປະພັນ​ວັນນະ​ຄະດີຫວຽດນາມ ​ໃຫ້​ຮູ້​ວ່າ.

        “ຈຸດ​ໃໝ່​ຂອງ​ວິວັດ​ທະນາການ​ແລກປ່ຽນ​ວັນນະຄະ​ດີ​ລະຫວ່າງ 3 ປະ​ເທດຫວຽດນາມ - ລາວ - ກຳ​ປຸ​ເຈຍ ​​ແມ່ນ ນອກຈາກ​ຄະນະ​ນັກ​ປະພັນວັນນະຄະດີ​ຂອງ​ສູນກາງ, ບັນດາ​ທ້ອງ​ຖິ່ນ​ຄື ດ່າ​ນັ້ງ, ຮ່າ​ຕິ້ງ ​ໄດ້​ຈັດ​ຕັ້ງ​ການ​​ຢ້ຽມຢາມ​ຢ່າງ​ສຳ​ເລັດຜົນ. ບັນດາ​ນັກ​ປະພັນ​ວັນນະ​ຄະດີຂອງ​ສອງ​ປະ​ເທດ ​ເພື່ອ​ນມິດ​ໄດ້ຮັບ​ການ​ຕ້ອນຮັບ​ຈາກ​ຫວຽດນາມ, ປະກອບສ່ວນ​​​ເຂົ້າ​ໃນ​ຜົນສຳ​ເລັດຂອງກອງ​ປະຊຸມ​ສາກົນ​ແນະນຳ​ວັນນະຄະ​ດີ​ຫວຽດນາມ ຄັ້ງ​ທີ 2, ງານ​ມະ​ໂຫ​ລານ​ກາບກອນ​ອາຊີ - ປາຊີ​ຝິກ ຄັ້ງ​ທີ 1. ພິ​ເສດ​ແມ່ນ​ຈຳນວນ​ບົດ​ປະພັນກ່ຽວ​ກັບ​ຄວາມ​ສາມັກຄີ, ມິດຕະພາບ​ລະຫວ່າງ​ປະຊາຊົນ 3 ປະ​ເທດ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ເທົ່າ​ເມື່ອ​ທຽບ​ກັບ​ກອງ​ປະຊຸມ​ຄັ້ງກ່ອນໆ”.

ຂ່າວ/ບົດ​ອື່ນ