ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ເພື່ອກະກຽມໃຫ້ປີ ອາຊຽນ 2020

(VOVWORLD) -ວັນທີ 21 ກຸມພາ, ທີ່ສຳນັກງານກະຊວງປ້ອງກັນປະເທດ ຍີ່ປຸ່ນ ຢູ່ນະຄອນຫລວງ ໂຕກຽວ ໄດ້ດຳເນີນກອງປະຊຸມປຶກສາຫາລືຂັ້ນເຮັດວຽກລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເພື່ອກະກຽມໃຫ້ປີ ອາຊຽນ 2020. 

ທີ່ກອງປະຊຸມ, ຝ່າຍ ຫວຽດນາມ ໄດ້ແຈ້ງໃຫ້ຊາບບັນດາການເຄື່ອນໄຫວ, ບາງເນື້ອໃນຄາດຄະເນການຜັນຂະຫຍາຍໃນປີ 2020 ດ້ວຍຖານະເປັນປະທານ ອາຊຽນ ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ. ສ່ວນຝ່າຍ ຍີ່ປຸ່ນ ໄດ້ຕີລາຄາສູງບັນດາເນື້ອໃນ ເຊິ່ງ ຫວຽດນາມ ໄດ້ແລກປ່ຽນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍການກະກຽມຢ່າງລອບຄອບຖີ່ຖ້ວນ ແລະ ຄວາມສາມາດຂອງຕົນ, ຫວຽດນາມ ຈະຈັດຕັ້ງບັນດາການເຄື່ອນໄຫວສຳຄັນໃນປີ 2020 ປະສົບຜົນສຳເລັດ.

ກອງປະຊຸມປຶກສາຫາລືດ້ານປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ ເພື່ອກະກຽມໃຫ້ປີ ອາຊຽນ 2020 - ảnh 1 ທີ່ກອງປະຊຸມ (ພາບ: TTXVN)

       ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ, 2 ຝ່າຍໄດ້ເຫັນດີເປັນເອກະພາບ ສືບຕໍ່ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນກ່ວາອີກ, ສຸມໃສ່ເຂົ້າໃນບັນດາຂົງເຂດຄືແລກປ່ຽນຄະນະຜູ້ແທນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ຮັກສາ ແລະ ຍົກສູງບັນດາກົນໄກຮ່ວມມື, ພິເສດແມ່ນການພົບປະເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ; ການຮ່ວມມືກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດ; ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ; ຊອກຫາກູ້ໄພກູ້ຊີບ ແລະ ແກ້ໄຂຜົນຮ້າຍຢ້ອນຫລັງຈາກສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ