ກອງ​ປະຊຸມ​ປຶກສາ​ຫາລື​ລວມ ອາຊຽນ

(VOVWORLD) -ຕອນເຊົ້າວັນທີ 6 ມີນາ, ກອງປະຊຸມປຶກສາຫາລືລວມ ອາຊຽນ (JCM) ໄດ້ຈັດຕັ້ງຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ.
ກອງ​ປະຊຸມ​ປຶກສາ​ຫາລື​ລວມ ອາຊຽນ - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມຖ່າຍຮູບເປັນທີ່ລະນຶກ (ພາບ: ແທັ່ງລອງ) 

        ໂດຍສືບຕໍ່ບັນດາການເຄື່ອນໄຫວກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36 ເຊິ່ງຈະຈັດຕັ້ງໃນເດືອນ ເມສາ ຈະມາເຖິງ, ຕອນເຊົ້າວັນທີ 6 ມີນາ, ກອງປະຊຸມປຶກສາຫາລືລວມ ອາຊຽນ (JCM) ໄດ້ຈັດຕັ້ງຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງບັນດາເຈົ້າໜ້າທີ່ອາວຸໂສຂອງບັນດາເສົາຄໍ້າ ປະຊາຄົມ ອາຊຽນ; ຫົວໜ້າຄະນະຜູ້ຕາງໜ້າປະຈໍາບັນດາປະເທດ ອາຊຽນ ແລະ ຄະນະເລຂາ ອາຊຽນ.

        ຕາງໜ້າປະທານ ອາຊຽນ 2020, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວ໊ກຢຸງ ໄດ້ແຈ້ງໃຫ້ຊາບກ່ຽວກັບການຄາດຄະເນລາຍການເຄື່ອນໄຫວກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36, ໃນນັ້ນ ມີວາລະປະຊຸມພິເສດຂອງການນໍາ ອາຊຽນ ກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະເພີ່ມສິດອໍານາດໃຫ້ແກ່ແມ່ຍິງ; ຍົກສູງຄຸນນະພາບການເຈລະຈາລະຫວ່າງການນໍາ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ອາຊຽນ (AIPA). ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີໄດ້ແຈ້ງໃຫ້ຊາບລາຍລະອຽດກ່ຽວກັບຂັ້ນຕອນການຜັນຂະຫຍາຍກໍຄືບັນດາໝາກຜົນ ເຊິ່ງຄາດວ່າຈະບັນລຸໄດ້ຈາກບັນດາຂໍ້ລິເລີ່ມຂອງຫວຽດນາມໃນປີ 2020. ທ່ານກໍເນັ້ນໜັກເຖິງຄວາມສໍາຄັນຂອງການເພີ່ມທະວີລະຫວ່າງ 3 ເສົາຄໍ້າຂອງປະຊາຄົມ ແລະ ວິທີການສໍາຜັດແບບກວມລວມໃນການຜັນຂະຫຍາຍບັນດາຄໍາໝັ້ນສັນຍາ ແລະ ແຜນການຮ່ວມມືຂອງ ອາຊຽນ ໃນການກໍ່ສ້າງປະຊາຄົມ.


 

ຕອບກັບ

ຂ່າວ/ບົດ​ອື່ນ