ກອງປະຊຸມປະຈຳເດືອນກັນຍາຂອງລັດຖະບານ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ ຈົ່ງປັບປຸງ, ພັດທະນາລະບົບການແພດ, ໂດຍສະເພາະແມ່ນການແພດຂັ້ນຮາກຖານ
ກອງປະຊຸມປະຈຳເດືອນກັນຍາຂອງລັດຖະບານ - ảnh 1(ກອງປະຊຸມປະຈຳເດືອນ ກັນຍາ ຂອງລັດຖະບານ)

ຕອນເຊົ້າວັນທີ 02 ຕຸລາ, ທີ່ກອງປະຊຸມປະຈຳເດືອນ ກັນຍາ ຂອງລັດຖະບານຫວຽດນາມ, ລັດຖະບານໄດ້ສະຫງວນເວລາດຳເນີນກອງປະຊຸມແບບທາງໄກກັບ 63 ແຂວງ, ນະຄອນ ແລະ 705 ເມືອງ, ເທດສະບານເມືອງ, ນະຄອນໃນທົ່ວປະເທດ ກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ປຶກສາຫາລືມາດຕະການ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ”.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການທີ່ມີໜ້າທີ່ ຈົ່ງປັບປຸງ, ພັດທະນາລະບົບການແພດ, ໂດຍສະເພາະແມ່ນການແພດຂັ້ນຮາກຖານ; ກະກຽມພ້ອມກັບການເພີ່ມທະວີການແພດເຄື່ອນທີ່. ຮີບເຮັ່ງສ້າງໃຫ້ສົມບູນແບບ ແລະ ຜັນຂະຫຍາຍຍຸດທະສາດສັງລວມກ່ຽວກັບການປ້ອງກັນ, ຕ້ານໂລກລະບາດເພື່ອຮັບມືຢ່າງປອດໄພກັບໂລກລະບາດ; ເປັນເຈົ້າການຄາດຄະເນ, ສ້າງແຜນການ, ວິທີການໃຫ້ສົມບູນແບບກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໃຫ້ເໝາະສົມກັບສະພາບການໃໝ່. ເລື່ອງເປີດປະຕູຕ້ອງມີແຜນການ, ເປັນເຈົ້າການ, ມີຂັ້ນຕອນທີ່ເໝາະສົມ, ມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີກໍ່ໃຫ້ຮູ້ວ່າ, ລັດຖະບານ ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງໄດ້ ແລະ ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອນຳເຂົ້າວັກຊິນໃຫ້ໄວ ແລະ ຫຼາຍທີ່ສຸດ ເພື່ອສັກວັກຊິນໃຫ້ແກ່ປະຊາຊົນໂດຍບໍ່ເກັບຄ່າ. ສູ້ຊົນສັກວັກຊິນເຂັມທີ 1 ໃຫ້ປະຊາຊົນສຳລັບຜູ້ມີອາຍຸແຕ່ 18 ປີຂຶ້ນໄປແຕ່ນີ້ຮອດທ້າຍປີໃຫ້ໄດ້ 90% ຢູ່ທຸກທ້ອງຖິ່ນ ແລະ ມີແຜນການຜັນຂະຫຍາຍຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ