ກອງປະຊຸມປະທານແນວໂຮມຫວຽດນາມ,ລາວ,ກຳປູເຈຍຈະໄດ້ຮັບການຈັດຕັ້ງໃນເດືອນມີຖຸນາຢູ່ຮ່າໂນ້ຍ

(VOVWORLD) -“ຍາມໃດແນວໂຮມປະເທດຊາດຫວຽດນາມ ກໍ່ຖືເປັນສຳຄັນການເພີ່ມທະວີການພົວພັນຮ່ວມມືກັບແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ ແລະ ແນວລາວສ້າງຊາດ. ການພົວພັນລະຫວ່າງ 3 ອົງການແນວໂຮມ, ລະຫວ່າງບັນດາໝູ່ຄະນະປະຊາຊົນຂອງ 3 ປະເທດໃນຊຸມປີຜ່ານມານັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ”. 

ກອງປະຊຸມປະທານແນວໂຮມຫວຽດນາມ,ລາວ,ກຳປູເຈຍຈະໄດ້ຮັບການຈັດຕັ້ງໃນເດືອນມີຖຸນາຢູ່ຮ່າໂນ້ຍ - ảnh 1 ກອງປະຊຸມກະກຽມກ່ຽວກັບການຈັດຕັ້ງກອງປະຊຸມຄັ້ງທີ 3

ປະທານແນວໂຮມ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ 

(ພາບ: daidoanket.vn)

ນີ້ແມ່ນຄຳຢືນຢັນຂອງທ່ານຮອງປະທານ, ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທນເມີ້ນ ທີ່ກອງປະຊຸມກະກຽມກ່ຽວກັບການຈັດຕັ້ງກອງປະຊຸມຄັ້ງທີ 3 ປະທານແນວໂຮມ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ເຊິ່ງຖືກດຳເນີນໃນຕອນເຊົ້າວັນທີ 26 ພຶດສະພາ, ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ທ່ານ ເຈີນແທນເມີ້ນ ໄດ້ແຈ້ງໃຫ້ຊາບບາງເນື້ອໃນຕົ້ນຕໍກ່ຽວກັບສະພາບການເສດຖະກິດ, ສັງຄົມຂອງຫວຽດນາມ ໃນໄລຍະ 4 ເດືອນຕົ້ນປີ 2017. ກໍ່ທີ່ກອງປະຊຸມ, ບັນດາຝ່າຍໄດ້ປະກອບຄຳເຫັນໃສ່ຮ່າງແຜນການຈັດຕັ້ງກອງປະຊຸມປະທານແນວໂຮມ 3 ປະເທດ ແລະ ຮ່າງບົດບັນທຶກຊ່ວຍຈຳລາຍການຮ່ວມມືລະຫວ່າງແນວໂຮມ 3 ປະເທດໄລຍະ 2017 – 2020. ບັນດາຄຳເຫັນລ້ວນແຕ່ເຫັນດີເປັນເອກະພາບນຳກັນວ່າ ກອງປະຊຸມປະທານແນວໂຮມ 3 ປະເທດ ແມ່ນເຫດການການເມືອງສຳຄັນພິເສດ, ເປັນສັນຍາລັກໃຫ້ຄວາມເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳຂອງແນວໂຮມ 3 ປະເທດ, ມຸ່ງໄປເຖິງຄາດໝາຍພ້ອມກັນສ້າງສາ ແລະ ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບ, ທີ່ເປັນມູນເຊື້ອລະຫວ່າງ 3 ປະເທດ.

        ຄາດວ່າ, ກອງປະຊຸມປະທານແນວໂຮມ 3 ປະເທດຫວຽດນາມ, ລາວ, ກຳປູເຈຍ ຈະໄດ້ຈັດຕັ້ງໃນວັນທີ 25 ມີຖຸນາ 2017 ຢູ່ນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ