ກອງປະຊຸມຜັນຂະຫຍາຍການຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 9

ກອງປະຊຸມຜັນຂະຫຍາຍການຈັດຕັ້ງກອງປະຊຸມໃຫຍ່ແຂ່ງຂັນຮັກຊາດທົ່ວປະເທດຄັ້ງທີ 9 - ảnh 1
ທ່ານ​ນາງ ຫງວຽນ​ທິ​ຢ​ວານ, ຮອງ​ປະ​ທານ​ປະ​ເທດ
 ຮອງ​ປະ​ທານ​ຜູ້​ທີ່ 1 ສະ​ພາ​ແຂ່ງ​ຂັນ-ຍ້ອງ​ຍໍ​ສູນ​ກາງ
(ພາບ: TTXVN)

( vovworld)- ຕອນ​ບ່າຍ ວັນ​ທີ 2/10 ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ຈັດ​ຕັ້ງ​ກອງ​ປະ​ຊຸມ​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ໄລ​ຍະ​ຜ່ານ​ມາ, ສືບ​ຕໍ່​ຜັນ​ຂະ​ຫຍາຍ​ໃຫ້​ແກ່​ວຽກ​ງານ​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ ຄັ້ງ​ທີ 9. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ນາງ ຫງວຽນ​ທິ​ຢ​ວານ, ຮອງ​ປະ​ທານ​ປະ​ເທດ, ຮອງ​ປະ​ທານ​ຜູ້​ທີ່ 1 ສະ​ພາ​ແຂ່ງ​ຂັນ-ຍ້ອງ​ຍໍ​ສູນ​ກາງ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ​ຄັ້ງ​ທີ 9, ຖື​ວ່າ: ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ​ຄວນ​ສຸມ​ໃສ່​​ສ້າງຮ່າງ​ບົດ​ລາຍ​ງານ​ການ​ເມືອງ​ຂອງກອງ​ປະ​ຊຸມ​ໃຫຍ່​ໃຫ້​ສົມ​ບູນ​ແບບ, ຄັດ​ເລືອກ​​ເອົາບັນ​ດາ​ແບບ​ຢ່າງ, ໝູ່​ຄະ​ນະ, ບຸກ​ຄົນ​ທີ່​ດີ​ເດັ່ນ ​ເພື່ອມາພົບ​ປະ, ໂອ້​ລົມ​ຢູ່ກອງ​ປະ​ຊຸມ. ພ້ອມ​ທັງສຸມ​ໃສ່​ຍູ້​ແຮງ​ໂຄ​ສະ​ນາ, ເປີດ​ບັນ​ດາ​ລາຍ​ການ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ແຂ່ງ​ຂັນ​ຮັກ​ຊາດ​ທົ່ວ​ປະ​ເທດ ແລະ ໂຄ​ສະ​ນາ, ປຸກ​ລະ​ດົມ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ, ບັນ​ດາ​ແບບ​ຢ່າງ​ທີ່​ກ້າວ​ໜ້າ, ເປັນ​ແບບ​ຢ່າງ “ ຄົນ​ດີ, ວຽກ​ດີ ”

 

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ