ກອງ​ປະຊຸມ​ພັດທະນາ​​ເດັກ​ໃນພາກ​ພື້ນ ອາຊີ - ປາຊີ​ຟິກ ຢ່າ​ງຮອບດ້ານ ປີ 2019

(VOVWORLD) -   ກອງປະຊຸມພັດທະນາເດັກນ້ອຍໃນພາກພື້ນ ອາຊີ  - ປາຊີຟິກຢ່າງຮອບດ້ານ ປີ 2019 ຖືກດໍາເນີນໃນຕອນເຊົ້າວັນທີ 4 ທັນວາ, ຢູ່ຮ່າໂນ້ຍ ດ້ວຍຫົວຂໍ້ “ເພີ່ມທະວີການສົມທົບລະຫວ່າງຂະແໜງ ແນໃສ່ຊຸກຍູ້ສະພາບແວດລ້ອມລ້ຽງດູທີ່ປອດໄພ ແລະ ຍືນຍົງໃຫ້ແກ່ເດັກ”, ອັນໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ  ແລະ 44 ອົງການຈັດຕັ້ງສາກົນ ພ້ອມດ້ວຍບັນດານັກຊ່ຽວຊານ ແລະ ວິທະຍາສາດ.
ກອງ​ປະຊຸມ​ພັດທະນາ​​ເດັກ​ໃນພາກ​ພື້ນ ອາຊີ - ປາຊີ​ຟິກ ຢ່າ​ງຮອບດ້ານ ປີ 2019 - ảnh 1ກອງປະຊຸມພັດທະນາເດັກນ້ອຍໃນພາກພື້ນ ອາຊີ  - ປາຊີຟິກຢ່າງຮອບດ້ານ ປີ 2019 (ພາບ: TTXVN)

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຮຽກຮ້ອງໃຫ້ມີການຮ່ວມມືຢ່າງແໜ້ນແຟ້ນ, ແບ່ງປັນບົດຮຽນກັບບັນດາປະເທດ, ປະຊາຄົມໃນສັງຄົມ, ບັນດາອົງການຈັດຕັ້ງ, ນັກວິທະຍາສາດ ໃຫ້ຫຼາຍກວ່າອີກ ເພື່ອນໍາມາເຊິ່ງຊີວິດທີ່ດີທີ່ສຸດໃຫ້ເດັກແຕ່ລະຄົນ. ດັ່ງນັ້ນ, ບັນດາຄອບຄົວ, ຜູ້ເປັນພໍ່ເປັນແມ່ ຕ້ອງຮຽນຮູ້ຄວາມຮູ້ດ້ານວິທະຍາສາດ, ສະຫງວນເວລາ ແລະ ຄວາມຮັກແພງໃຫ້ຫຼາຍກວ່າອີກ ເພື່ອລ້ຽງດູເບິ່ງແຍງ, ສຶກສາລູກຂອງຕົນໃຫ້ນັບມື້ນັບເຕີບໃຫຍ່ດີກວ່າ. ບັນດາກະຊວງ, ຂະແໜງການ, ບັນດາອົງການຈັດຕັ້ງສັງຄົມ ຈົ່ງເສີມຂະຫຍາຍຄວາມຮັບຜິດຊອບ ແລະ ທ່າແຮງຂອງຕົນໃນການສົມທົບກັບຫຼາຍຂະແໜງການ, ຫຼາຍຂົງເຂດຢ່າງສຸດຂີດ ເພື່ອສ້າງສະພາບແວດລ້ອມເບິ່ງແຍງດູແລທີ່ເຕັມໄປດ້ວຍຄວາມຮັກແພງ, ສະໜິດສະໜົມ ແລະ ຮອບດ້ານທີ່ສຸດສໍາລັບເດັກແຕ່ລະຄົນ.

        ຜ່ານໄລຍະແຫ່ງການປະຕິບັດສົນທິສັນຍາມມາເປັນເວລາ 30 ປີ, ຫວຽດນາມ ບັນລຸໄດ້ໝາກຜົນ ແລະ ຄວາມກ້າວໜ້າຫຼາຍຢ່າງໃນການປະຕິບັດສິດ ແລະ ນັບມື້ນັບນໍາມາເຊິ່ງຊີວິດທີ່ດີກວ່າໃຫ້ແກ່ເດັກ. 

ຕອບກັບ

ຂ່າວ/ບົດ​ອື່ນ