ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ

ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ - ảnh 1
ກອງ​ປະ​ຊຸ​ມ​ຂອງ​ລັດ​ຖະ​ບານ

(vovworld) – ​ ​​​​​​ຕອນ​ເຊົ້າ​ວັນ​ທີ 28/12, ຢູ່ ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ກັບ​ບັນ​ດາ​ທ້ອງ​ຖິ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ວ່າ ປີ 2016, ປະ​ເທດ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ສັບ​ສົນ. ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ຍັງ​ມີ​ສິ່ງ​ຄົງ​ຄ້າງຫຼາຍ​ຢ່າງ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລັດ​ຖະ​ບານ​ໄດ້​ມີ​ບັນ​ດາ​ມາດ​ຕະ​ການ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຊີ້​ແຈ້ງວ່າ:

        “ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ພັກ ແລະ ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປີ 2016 ຢ່າງ​ຂຽວຂາດ ແລະ ຄົບ​ຊຸດ. ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕັດ​ສິນ​ໃຈ​ກໍ່​ສ້າງ​ລະ​ບົບ​ບໍ​ລິ​ຫານ​ທຸກ​ຂັ້ນສັດ​ຊື່ບໍ​ລິ​ສຸດ, ​ສ້າງ​ສັນ, ຮັບ​ໃຊ້​ການ​ພັດ​ທະ​ນາ, ກະ​ທຳ, ຮັບ​ໃຊ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ. ປີ 2016, ລັດ​ຖະ​ບານ​ກໍ່​ໄດ້​ກຳ​ນົດ “ປີ​ແຫ່ງ​ຊາດ​ເລີ່ມ​ດຳ​ເນີນອ​າ​ຊີບ” ດ້ວຍຫຼາຍ​ມາດ​ຕະ​ກ​ານ​ສົ່ງ​ເສີມ​ຢ່າງ​ແຮງ.”

        ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊ​ີ້​ແຈ້ງ 10 ໝາກ​ຜົນ​ພົ້ນ​ເດັ່ນ, ໃນ​ນັ້ນ​ມີຫຼາຍ​ມາດ​​ຕະຖານ​ເສດ​ຖະ​ກິດ - ສັງ​ຄົມບັນ​ລຸ​ໝາກ​ຜົນ​ສູງ.

        ທີ່ກອງ​ປະ​ຊຸມ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ, ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ຂະ​ແໜງ​ການ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບຫຼາຍ​ບົດ​ລາຍ​ງານ ແລະ ຮ່າງ​ມະ​ຕິ​ສຳ​ຄັນ.


ຂ່າວ/ບົດ​ອື່ນ