ກອງປະຊຸມລັດຖະມົນຕີການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາຄັ້ງທີ 8

(VOVWORLD) - ວັນທີ 7 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ ແລະ ແມ່ນ້ຳຄົງຄາ ( MGC ) ຄັ້ງທີ 8 ໄດ້ຈັດຕັ້ງຂຶ້ນຢູ່ນະຄອນຫຼວງມະນີລາ ປະເທດຟີລິບປິນ.
ກອງປະຊຸມລັດຖະມົນຕີການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາຄັ້ງທີ 8 - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ ແລະ ແມ່ນ້ຳຄົງຄາ ( MGC ) 

ກອງປະຊຸມໄດ້ສຳຫຼວດກວດຄືນສະພາບການຜັນຂະຫຍາຍ ແຜນການດຳເນີນງານແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໄລຍະປີ 2016-2018 ແລະ ປຶກສາຫາລືບັນດາມາດຕະການ ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງ. ບັນດາລັດຖະມົນຕີ ໄດ້ເຫັນດີເປັນເອກະສັນ ຍູ້ໄວການປະຕິບັດບັນດາໂຄງການ, ການເຄື່ອນໄຫວຮ່ວມມືຢ່າງລະອຽດໃນບັນດາຂົງເຂດບຸລິມະສິດ ທີ່ໄດ້ເປັນເອກະພາບໃນຂົງເຂດກະສິກຳ, ການທ່ອງທ່ຽວ, ວັດທະນະທຳ ແລະ ການຄົມມະນາຄົມ. ຄົ້ນຄວ້າເປີດກວ້າງການຮ່ວມມືໄປສູ່ບັນດາຂົງເຂດໃໝ່ ເພື່ອແນໃສ່ປັບປຸງການຮ່ວມສຳພັນດ້ານເສດຖະກິດ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນດ້ານການຄ້າ ແລະ ການລົງທຶນລະຫວ່າງບັນດາປະເທດແມ່ນ້ຳຂອງ ແລະ ອິນເດຍ.

ສິ້ນສຸດກອງປະຊຸມ, ບັນດາລັດຖະມົນຕີໄດ້ຮັບຮອງເອົາຖະແຫຼງການຮ່ວມ ແລະ ເຫັນດີເປັນເອກະສັນ ຈະຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຄັ້ງທີ 9 ຢູ່ສິງກະໂປ ໃນປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ