ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ

(VOVWORLD) -  ວັນທີ 17 ມັງກອນ, ທີ່ຍາຈາງ, ແຂວງ ແຄ໊ງຮ່ວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເປັນປະທານກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ (AMM Retreat). ເຂົ້າຮ່ວມກອງປະຊຸມມີ ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi.
ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ảnh 1 ກອງປະຊຸມວົງແຄບລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ (ພາບ: baoquocte.vn)

        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ສະແດງຄວາມສະໜັບສະໜູນ, ພ້ອມທັງຖືວ່າ: ຫົວຂໍ້ ແລະ ການກຳນົດທິດບຸລິມະສິດ ເຊິ່ງ ຫວຽດນາມ ສະເໜີໃຫ້ ອາຊຽນ 2020 ແມ່ນເໝາະສົມກັບເປົ້າໝາຍຊອດທະລຸຂອງວິວັດທະນາການກໍ່ສ້າງປະຊາຄົມອາຊຽນ, ແມ່ນສືບທອດຄວາມມານະພະຍາຍາມຂອງບັນດາປະທານຊຸດກ່ອນ.

        ບັນດາປະເທດໄດ້ເຫັນດີເປັນເອກະພາບຕໍ່ການສະເໜີຂອງ ຫວຽດນາມ ກ່ຽວກັບແຜນການເຄື່ອນໄຫວຂອງ ອາຊຽນ ໃນປີ. ກ່ຽວກັບການພົວພັນຕ່າງປະເທດ, ບັນດາປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງເປີດກ້ວາງ ແລະ ເຮັດໃຫ້ການພົວພັນຕ່າງປະເທດຂອງ ອາຊຽນ ເລິກເຊິ່ງຕື່ມອີກ. ບັນດາລັດຖະມົນຕີໄດ້ສະຫງວນເວລາເພື່ອແລກປ່ຽນກ່ຽວກັບສະພາບທະເລຕາເວັນອອກ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ເປັນປະທານກອງປະຊຸມຂ່າວສາກົນປະກາດໝາກຜົນ AMM Retreat.

ຕອບກັບ

ຂ່າວ/ບົດ​ອື່ນ