ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວເຂົ້າແຂວງ ເລີມດົ່ງ

ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວເຂົ້າແຂວງ ເລີມດົ່ງ - ảnh 1
(ກອງປະຊຸມສົ່ງເສີມການລົງທຶນ, ການຄ້າ
ແລະ ທ່ອງທ່ຽວເຂົ້າແຂວງ ເລີມດົ່ງ)


(vovworld) – ກອງ​ປະຊຸມ​ສົ່ງ​ເສີມ​ການ​ລົງທຶນ, ການ​ຄ້າ ​ແລະ ທ່​ອງທ່ຽວ​ເຂົ້າ​​ແຂວງ ​ເລີມ​ດົ່ງດຳ​ເນີນ​ໄປ​ໃນ​ຕອນ​ບ່າຍ​ວັນ​ທີ 03/04, ຢູ່​ນະຄອນ​ດ່າ​ລາດ, ​ແຂວງ​ເລີມ​ດົ່ງ, ​ໂດຍ​ແຂວງ​ເລີມ​ດົ່ງ ສົມທົບ​ກັບ​ສະຫະ​ສະມາຄົມ​ພັດທະນາ​ເຄື່ອງ​ໃຊ້​ສອຍຫວຽ​ດນາມ, ສະຫະສະມາຄົມວິ​ສາ​ຫະກິດ​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ. ກອງ​ປະຊຸມ​ໄດ້​ໂຄສະນາ​ກ່ຽວ​ກັບ​​ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ທ່າ​ແຮງ​ຂ​​ອງ​ແຂວງ​ເລີມ​ດົ່ງ ​ໃນ​ຂົງ​ເຂດຕ່າງໆ, ​ໄຈ້​ແຍກ​ທ່າ​ແຮງ, ກາລະ​ໂອກາດ​ລົງທຶນ ຕິດ​ພັນ​ກັບ​ແຕ່ລະ​ໂຄງການ​ລະອຽດ​ລະດັບ​ຊາດ ​ແລະ ແຂວງ. ​ໃນ​ນັ້ນ, ສຸມ​ໃສ່​ສະ​ເໜີ​ບາງ​ໂຄງການ​ຈຸດ​ສຸມ ​ເຊິ່ງ​ແຂວງ​ພວກ​ຍູ້​ແຮງ​ດຶງ​ດູດ​ການ​ລົງທຶນ, ຮຽກຮ້ອງ​ການລົງທຶນ​ໃນ​ປີ 2015 ຄື: ​ໂຄງການ​ບ້ານ​ມະຫາວິທະຍາ​ໄລ​ສາກົນ, ​ໂຄງການ​ຟື້ນ​ຟູ​ເສັ້ນທາງ​ລັດ​ໄຟ​ດ່າ​ລາດ - ທາ​ບຈ່າມ ​ແລະ ບຸລະນະ​ຊ້ອມ​ແປ່​ງ, ຍົກ​ລະດັບ​ບັນດ​າສະຖາ​ນີລັດ​ໄຟ​ດ່າ​ລາດ, ຈ້າຍ​ມ໋າດ, ດຣານ ຮັບ​ໃຊ້​ການທ່ອງທ່ຽວ… ດ່າ​ນອື່ນ, ກອງ​ປະຊຸມ​ຍັງ​ສະໜອ​ງຂໍ້​ມູນ​ລະອຽດ​ຂອງ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ກ່ຽວ​ກັບ​ຄ່າ​ທີ່​ດິນ, ພາສີ​ຂາ​ອອກ ຂາ​ເຂົ້າ, ບຳລຸງ​ສ້າງ​ວິຊາ​ຊີ​ບ, ສ້າງ​ເງື່ອນ​ໄຂໃຫ້​ວິ​ສາ​ຫະກິດ​ກູ້​ຢື່ມທຶນ ​ແລະ ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍອື່ນໆ​​ເມື່ອ​ລົງທຶນ​ເຂົ້າ​ແຂວງ​ເລີມ​ດົ່ງ.
ຂ່າວ/ບົດ​ອື່ນ