ກອງປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ລະຫວ່າງ ຫວຽດນາມ - ຍີ່​ປຸ່ນ

(VOVWORLD) - ກອງປະຊຸມສໍາມະນາສົ່ງເສີມການລົງທຶນດ້ານການຄ້າລະຫວ່າງຫວຽດນາມ - ຍີ່ປຸ່ນ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 13 ມັງກອນ ຢູ່ນະຄອນດ່າໜັງ. 
ກອງປະຊຸມ​ສົ່ງ​ເສີມ​ການ​ລົງທຶນ ລະຫວ່າງ ຫວຽດນາມ - ຍີ່​ປຸ່ນ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ກ່າວຄໍາເຫັນທີ່ພິທີໄຂ

ກ່າວຄໍາເຫັນທີ່ພິທີໄຂ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ເນັ້ນໜັກວ່່າ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ ພວມພັດທະນາຢ່າງແຮງ. ປັດຈຸບັນ, ຍີ່ປຸ່ນ ແມ່ນນັກລົງທຶນຕ່າງປະເທດອັນດັບ 2, ແມ່ນຄູ່ຮ່ວມມືດ້ານການທ່ອງທ່ຽວອັນດັບທີ 3 ແລະ ຄູ່ຮ່ວມມືດ້ານການຄ້າ ອັນດັບທີ 4 ຂອງຫວຽດນາມ. ທ່ານ ຊີ້ແຈ້ງວ່າ:

        “ລັດຖະບານຫວຽດນາມ ຮຽກຮ້ອງ, ຊົມເຊີຍ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ, ບັນດານັກລົງທຶນຍີ່ປຸ່ນ, ນັບທັງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ລົງທຶນດໍາເນີນທຸລະກິດຢ່າງແຮງກວ່າອີກ ແລະ ລົງທຶນດໍາເນີນທຸລະກິດຢູ່ຫວຽດນາມ. ຫວຽດນາມ ບໍ່ພຽງແຕ່ປາດຖະໜາຢາກໃຫ້ ຍີ່ປຸ່ນ ກາຍເປັນນັກລົງທຶນແຖວໜ້າຂອງຫວຽດນາມເທົ່ານັ້ນ ຫາກລັດຖະບານຫວຽດນາມຍັງປາດຖະໜາວ່າ ຍີ່ປຸ່ນ ຕ້ອງເປັນນັກລົງທຶນດີທີ່ສຸດຢູ່ຫວຽດນາມ”.

        ທີ່ກອງປະຊຸມສໍາມະນາ, ປະຊາຄົມວິສາຫະກິດສອງປະເທດຖືວ່າ ຄວາມສາມາດບົ່ມຊ້ອນໃນການຮ່ວມມືລົງທຶນ, ການທ່ອງທ່ຽວ, ແຮງງານຢູ່ຫວຽດນາມແມ່ນຍັງໃຫຍ່ຫຼວງຢູ່.


ຕອບກັບ

ຂ່າວ/ບົດ​ອື່ນ