ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ຈະ​ຈັດ​ຂຶ້ນ​ຜ່ານ​ທາງ​ອອນ​ລາຍ​ໃນ​ເດືອນ​ພະ​ຈິກ ຈະ​ມາ​ເຖິງ

(VOVWORLD) -  ກອງປະຊຸມປຶກສາຫາລືລວມຄັ້ງນີ້ ແມ່ນເພື່ອໃຫ້ບັນດາປະເທດຕີລາຄາ ແລະ ພິຈາລະນາບັນດາວຽກງານກໍ່ສ້າງປະຊາຄົມ ໃນທັງ 3 ເສົາຄ້ຳ, ກໍຄືກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະດຳເນີນໃນເດືອນພະຈິກ ຈະມາເຖິງ.

“ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຈະຈັດຂຶ້ນຜ່ານທາງອອນລາຍໃນເດືອນພະຈິກ ຈະມາເຖິງ”. ນີ້ແມ່ນເນື້ອໃນທາງການ ໂດຍທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ - ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ຍົກອອກມາໃນກອງປະຊຸມປຶກສາຫາລືລວມ (JCM) ກ່ຽວກັບການຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 8 ຕຸລາ.

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 37 ຈະ​ຈັດ​ຂຶ້ນ​ຜ່ານ​ທາງ​ອອນ​ລາຍ​ໃນ​ເດືອນ​ພະ​ຈິກ ຈະ​ມາ​ເຖິງ - ảnh 1 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ - ຫົວໜ້າ SOM ອາຊຽນ ຫວຽດນາມ (ພາບ: TTXVN)

ກອງປະຊຸມປຶກສາຫາລືລວມຄັ້ງນີ້ ແມ່ນເພື່ອໃຫ້ບັນດາປະເທດຕີລາຄາ ແລະ ພິຈາລະນາບັນດາວຽກງານກໍ່ສ້າງປະຊາຄົມ ໃນທັງ 3 ເສົາຄ້ຳ, ກໍຄືກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37  ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະດຳເນີນໃນເດືອນພະຈິກ ຈະມາເຖິງ. ກ່ຽວກັບວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດຄັ້ງທີ 37, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫງວຽນກວັກຢຸງ ໃຫ້ຮູ້ວ່າ, ໃນຖານະເປັນປະທານ ອາຊຽນ, ຫວຽດນາມ ປາດຖະໜາຢາກດຳເນີນກອງປະຊຸມໂດຍກົງ ດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດ ອາຊຽນ ແລະ ຄູ່ຮ່ວມມືທັງໝົດ ເພື່ອແນໃສ່ສະແດງຄວາມເປັນເອກະພາບ, ສາມັກຄີ ກໍຄືຄວາມເຊື່ອໝັ້ນໃນການຮັບມືກັບໂລກລະບາດໂຄວິດ - 19; ພ້ອມທັງຮັກສາທ່າຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືພາຍນອກ.

        ກ່ຽວກັບເນື້ອໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ຄາດວ່າຈະໄດ້ນຳມາປຶກສາຫາລື ລວມມີ ວິວັດທະນາການສ້າງປະຊາຄົມ, ການພົວພັນກັບບັນດາຄູ່ຮ່ວມມືຂອງ ອາຊຽນ, ແບ່ງປັນທັດສະນະກ່ຽວກັບບັນດາບັນຫາໃນພາກພື້ນ ແລະ ໃນໂລກ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ນອກນັ້ນ ຈະມີເອກະສານຫຼາຍສະບັບຈະໄດ້ພິຈາລະນະ, ຮັບຮອງເອົາຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ