ກອງປະຊຸມສຸດຍອດ ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 11

(VOVWORLD) -   ສິ້ນສຸດກອງປະຊຸມ, ບັນດາການນໍາ ໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ກອງປະຊຸມສຸດຍອດ ແມ່ນໍ້າຂອງ - ຍີ່ປຸ່ນ ຄັ້ງທີ 11 ແລະ ຂໍ້ລິເລີ່ມ ແມ່ນໍ້າຂອງ - ຍີ່ປຸ່ນ ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ ມຸ່ງໄປສູ່ປີ 2030.
 ກອງປະຊຸມສຸດຍອດ ແມ່ຂອງ - ຍີ່ປຸ່ນ ຄັ້ງທີ 11 - ảnh 1ການນໍາບັນດາປະເທດ ເຂົ້າຮ່ວມກອງປະຊຸມ (ພາບ:  chinhphu.vn)

ຕອນຄໍ່າວັນທີ 4 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພ້ອມດ້ວຍການນໍາບັນດາປະເທດ ແມ່ນໍ້າຂອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ  Shinzo Abe  ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 11. ນະທີ່ນີ້, ການນໍາບັນດາປະເທດ ໄດ້ເຫັນດີເພີ່ມທະວີການເຊື່ອມຕໍ່ໃຫ້ຫຼາຍກວ່າອີກ, ພ້ອມທັງໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການພັດທະນາເສດຖະກິດ ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຫຼຸດຜ່ອນຜົນຮ້າຍຢ້ອນຫຼັງຈາກໄພທໍາມະຊາດ, ເພີ່ມທະວີກໍາລັງຄວາມສາມາດຂອງການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນໍາໃຊ້ ແລະ ຄຸ້ມຄອງແຫຼ່ງຊັບພະຍາກອນນໍ້າ ຢູ່ແມ່ນໍ້າຂອງແບບຍືນຍົງ; ເພີ່ມທະວີການຮ່ວມມືກັບ ຄະນະກໍາມະການແມ່ນໍ້າຂອງ ເພື່ອແນໃສ່ຫັນການສ້າງແມ່ນໍ້າຂອງສີຂຽວ ແລະ “ຂໍ້ລິເລີ່ມຮ່ວມມືແມ່ນໍ້າຂອງ - ຍີ່ປຸ່ນ ກ່ຽວກັບການພັດທະນາແບບຍືນຍົງ ມຸ່ງໄປສູ່ປີ 2030” ໃຫ້ປະກົດຜົນເປັນຈິງ, ນໍາໃຊ້ບັນດາຜົນງານຂອງການປະຕິວັດອຸດສາຫະກໍາ 4.0 ເຂົ້າໃນການພັດທະນາຊີວິດການເປັນຢູ່ດ້ານເສດຖະກິດ-ສັງຄົມ ຢູ່ແມ່ນໍ້າຂອງ. ບັນດາການນໍາ ກໍ່ຊົມເຊີຍຂໍ້ລິເລີ່ມສ້າງຕັ້ງ “ຄູ່ຮ່ວມມືພະລັງງານໃນພາກພື້ນ ແມ່ນໍ້າຂອງ” (JUMPP) ຂອງ ຍີ່ປຸ່ນ ແລະ ອາເມລິກາ ເພື່ອແນໃສ່ໜູນຊ່ວຍບັນດາປະເທດ ແມ່ນໍ້າຂອງພັດທະນາພະລັງງານແບບຍືນຍົງ.

        ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖືວ່າ ສອງຝ່າຍຄວນຍາດແຍ່່ງແຫຼ່ງທຶນຈາກພາກເອກະຊົນ, ເພີ່ມທະວີແຫຼ່ງກໍາລັງໃຫ້ແກ່ເສົາຄໍ້າ ແມ່ນໍ້າຂອງສີຂຽວ, ຍົກສູງຄຸນນະພາບພື້ນຖານໂຄງລ່າງຂອງບັນດາປະເທດແມ່ນໍ້າຂອງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ.

        ສິ້ນສຸດກອງປະຊຸມ, ບັນດາການນໍາ ໄດ້ຮັບຮອງເອົາ ຖະແຫຼງການຮ່ວມ ກອງປະຊຸມສຸດຍອດ ແມ່ນໍ້າຂອງ - ຍີ່ປຸ່ນ ຄັ້ງທີ 11 ແລະ ຂໍ້ລິເລີ່ມ ແມ່ນໍ້າຂອງ - ຍີ່ປຸ່ນ ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ ມຸ່ງໄປສູ່ປີ 2030.

        ພາຍຫຼັງສິ້ນສຸດກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ