ບັນຫາທະເລຕາເວັນອອກຢູ່ເວທີປາໄສອາຊຽນ

(VOVWORLD) -ຫົວຂໍ້ໃຫຍ່ທີ່ໄດ້ດຶງດູດຄວາມສົນໃຈຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນທີ່ກອງປະຊຸມຄັ້ງນີ້ ນັ້ນແມ່ນບັນຫາທະເລຕາເວັນອອກ ແລະ ຄວາມຄືບໜ້າຂອງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC).

ບັນຫາທະເລຕາເວັນອອກຢູ່ເວທີປາໄສອາຊຽນ - ảnh 1 ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35

(ພາບ: VGP)

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ຫາກໍ່ຖືກອັດລົງພາຍຫຼັງດຳເນີນກອງປະຊຸມມາເປັນເວລາ 3 ວັນ ຢູ່ບາງກອກ, ປະເທດໄທ. ຫົວຂໍ້ໃຫຍ່ທີ່ໄດ້ດຶງດູດຄວາມສົນໃຈຂອງບັນດາປະເທດຢູ່ພາຍໃນ ແລະ ນອກພາກພື້ນທີ່ກອງປະຊຸມຄັ້ງນີ້ ນັ້ນແມ່ນບັນຫາທະເລຕາເວັນອອກ ແລະ ຄວາມຄືບໜ້າຂອງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ເວທີປາໄສຖືກດຳເນີນໃນສະພາບທີ່ຫວ່າງມໍ່ໆມານີ້ຈີນ ມີບັນດາການກະທຳລະເມີດເຂດເສດຖະກິດຈຳເພາະ (EEZ) ແລະ ເຂດໄຫຼ່ທະວີບຂອງຫວຽດນາມ, ກອງປະຊຸມຄັ້ງນີ້ສືບຕໍ່ຢືນຢັນທັດສະນະຂອງອາຊຽນ ແມ່ນຍາມໃດກໍ່ຮັກສາຄຸນຄ່າຄວາມສາມັກຄີ, ເພິ່ງຕົນເອງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊິ່ງເຄີຍແມ່ນພື້ນຖານນຳມາເຊິ່ງຜົນສຳເລັດໃຫ້ແກ່ອາຊຽນ ໃນໄລຍະຄົງຕົວກວ່າເຄິ່ງສະຕະວັດ.

        ຕາມເນື້ອໃນຈິດໃຈເຊິ່ງກອງປະຊຸມສຸດຍອດອາຊຽນ 35 ຢູ່ບາງກອກ ສົ່ງສານທີ່ວ່າ ປັບປຸງຈິດໃຈສາມັກຄີໃນອາຊຽນ, ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຂອງອາຊຽນ ເລິກເຊິ່ງຂຶ້ນຕື່ມ, ສ້າງສັນສະພາບແວດລ້ອມສະດວກໃຫ້ແກ່ການພັດທະນາແບບຍືນຍົງຂອງແຕ່ລະປະເທດ ແລະ ຂອງທັງພາກພື້ນ. ໃນນັ້ນ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ ແມ່ນເງື່ອນໄຂຕັດສິນທຳອິດເພື່ອໃຫ້ອາຊຽນ ພັດທະນາ.

ສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ ແມ່ນຄວາມສົນໃຈລວມ ແລະ ຜົນປະໂຫຍດລວມ

        ແຕ່ດົນນານມາແລ້ວ, ບັນຫາທະເລຕາເວັນອອກ ໄດ້ກາຍເປັນຄວາມສົນໃຈແຖວໜ້າຢູ່ບັນດາກອງປະຊຸມຂັ້ນສູງປະຈຳປີຂອງອາຊຽນ. ໂດຍເຄີຍແມ່ນເຂດສຳຄັນ, ເປັນປະຕູແລກປ່ຽນການຄ້າ, ການເດີນທະເລສາກົນ, ໃນໄລຍະຜ່ານມາ ທະເລຕາເວັນອອກ ໄດ້ເກີດບັນດາການຜັນແປອັນສັບສົນ, ໃນນັ້ນມີບັນດາການກະທຳກໍ່ຄວາມເຄັ່ງຕຶງ ຫຼື ລ່ວງລະເມີດເຂດໄຫຼ່ທະວີບ ແລະ ເຂດເສດຖະກິດຈຳເພາະຂອງບັນດາປະເທດໃນພາກພື້ນ. ຫວ່າງມໍ່ໆມານີ້, ຈີນ ສືບຕໍ່ມີບັນດາການກະທຳລະເມີດກົດໝາຍສາກົນ, ລ່ວງລະເມີດອະທິປະໄຕຂອງຫວຽດນາມ ເຊິ່ງກົດໝາຍສາກົນຮັບຮອງແລ້ວ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS). ໃນນັ້ນພິເສດແມ່ນເລື່ອງຈີນ ໄດ້ສົ່ງກຸ່ມກ່ຳປັ່ນສຳຫຼວດ ໄຮ້ຢາງ 8 ລ່ວງລະເມີດເຂດເສດຖະກິດຈຳເພາະ (EEZ), ເຂດໄຫຼ່ທະວີບຂຶ້ນກັບເຂດ ບ໋າຍຕືຈິ໊ງ ຢູ່ທາງທິດໃຕ້ທະເລຕາເວັນອອກ ຂອງຫວຽດນາມ ຢ່າງຮ້າຍແຮງ, ນັບແຕ່ຕົ້ນເດືອນ ກໍລະກົດ ຮອດເດືອນ ຕຸລາ ຜ່ານມາ.

        ບັນດາການກະທຳຂອງຈີນ ໄດ້ກໍ່ຄວາມເຄັ່ງຕຶງ, ກໍ່ໄພນາບຂູ່ຕໍ່ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ - ເຊິ່ງແມ່ນເສັ້ນທາງຂົນສົ່ງທາງທະເລສຳຄັນແຖວໜ້າ, ພ້ອມທັງນາບຂູ່ເຖິງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ການຮ່ວມມືພັດທະນາຢູ່ພາກພື້ນ ແລະ ໃນໂລກ. ສິ່ງດັ່ງກ່າວໄດ້ເຫັນຢ່າງຈະແຈ້ງທີ່ສຸດຜ່ານບັນດາຄຳກ່າວປາໄສ ພ້ອມກັບຄວາມວິຕົກກັງວົນຢ່າງເລິກເຊິ່ງຂອງວົງການນັກການເມືອງໂລກ ແລະ ຫາງສຽງພາກພື້ນ ແລະ ສາກົນໃນໄລຍະຜ່ານມາ. ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທະເລແມ່ນຄວາມສົນໃຈລວມ ແລະ ແມ່ນຜົນປະໂຫຍດລວມຂອງພາກພື້ນ ແລະ ອາຊຽນ. ບໍ່ພຽງແຕ່ອາຊຽນ ເທົ່ານັ້ນ, ຫາກນັງທັງບັນດາປະເທດຄູ່ຮ່ວມມືພາຍນອກກໍ່ປະກອບສ່ວນສ້າງສັນ ແລະ ມີຄວາມຮັບຜິດຊອບຕໍ່ເປົ້າໝາຍດັ່ງກ່າວອີກດ້ວຍ.

        ໃນກອງປະຊຸມທຸກຄັ້ງຂອງກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ການນຳອາຊຽນລ້ວນແຕ່ເຕື້ອງເຖິງເຂດທະເລຍຸດທະສາດສຳຄັນແຖວໜ້າຂອງພາກພື້ນ ແລະ ໂລກນີ້. ສິ່ງທີ່ໜ້າສົນໃຈນັ້ນແມ່ນ, ທີ່ກອງປະຊຸມຄັ້ງນີ້ ທ່ານນາຍົກລັດຖະມົນຕີຈີນ ຫຼີເຄີຊຽງ ໄດ້ຢືນຢັນວ່າ ຈີນ ພ້ອມແລ້ວທີ່ຈະເຈລະຈາ ແລະ ຈະກ້າວໄປເຖິງການລົງນາມກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ກັບອາຊຽນ ໃນປີ 2021.

ຄວາມຮັບຮູ້ລວມຈະກ້າວໄປເຖິງຄວາມມານະພະຍາຍາມລວມ

        ແຕ່ດົນນານມາແລ້ວ, ອາຊຽນ ໄດ້ປຶກສາຫາລື ແລະ ມີຖະແຫຼງການສຳຄັນກ່ຽວກັບທະເລຕາເວັນອອກຫຼາຍຄັ້ງ. ບັນດາທັດສະນະ ແລະ ຖະແຫຼງການຂອງອາຊຽນ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ແລະ ບັນດາຄູ່ຮ່ວມມືຢ່າງແຮງ. ນັ້ນແມ່ນສັນຕິພາບ, ສະຖຽນລະພາບ, ຄວາມປອດໄພໃນການເດີນທະເລຢູ່ທະເລຕາເວັນອອກ ຕ້ອງຕິດພັນກັບສະພາບແວດລ້ອມແຫ່ງສັນຕິພາບ ແລະ ການພັດທະນາຢູ່ພາກພື້ນ. ທຸກບັນຫາທີ່ເກີດຂຶ້ນຢູ່ທະເລຕາເວັນອອກ ລ້ວນແຕ່ຕ້ອງໄດ້ຮັບການແກ້ໄຂໂດຍອີງໃສ່ກົດໝາຍສາກົນ ແລະ UNCLOS, ກໍ່ຄືບັນດາຫຼັກການຂອງອາຊຽນ. ນີ້ແມ່ນບັນຫາລວມຂອງອາຊຽນ ແລະ ພາກພື້ນ ແລະ ນີ້ກໍ່ແມ່ນການຮັບຮູ້ລວມ, ໜ້າທີ່ຮັບຜິດຊອບລວມຂອງອາຊຽນ. ໃນຕົວຈິງ, ໃນໄລຍະຜ່ານມາ, ເມື່ອມີບັນຫາເກີດຂຶ້ນ ກໍ່ມີບາງປະເທດອາດຈະມີຄຳເຫັນແຕກຕ່າງກັນ, ແຕ່ສຸດທ້າຍອາຊຽນ ກໍ່ອີງໃສ່ບັນດາຫຼັກການ, ທັດສະນະລວມເພື່ອແກ້ໄຂ, ຈາກນັ້ນສ້າງຫຼັກໝັ້ນລວມ.

        ພາຍຫຼັງຮັບການສ້າງຕັ້ງມາເປັນເວລາ 52 ປີ, ອາດຢັ້ງຢືນໄດ້ວ່າ ອາຊຽນ ນັບມື້ນັບກາຍເປັນຄູ່ຮ່ວມມືສຳຄັນຂອງຫຼາຍປະເທດມະຫາອຳນາດ. ອາຊຽນ ກໍ່ແມ່ນຂົວເຊື່ອມຕໍ່ຂອງບັນດາເວທີປາໄສຢູ່ພາກພື້ນ ແລະ ໂລກ. ສະນັ້ນ, ຍິ່ງກວ່າເວລາໃດໝົດ, ອາຊຽນ ກໍ່ເຫັນໄດ້ບົດບາດຂອງຕົນໃນການຮັບປະກັນຄວາມໝັ້ນຄົງ, ສັນຕິພາບຢູ່ພາກພື້ນ. ເຖິງຢ່າງໃດກໍ່ຕາມ, ອາຊຽນ ຍັງຕ້ອງຮັກສາຄຸນຄ່າຄວາມສາມັກຄີ, ເພິ່ງຕົນເອງສ້າງຄວາມໝັ້ນຄົງເຂັ້ມແຂງດ້ວຍຕົນເອງ ແລະ ສວມບົດບາດໃຈກາງໃນບັນດາຂໍ້ລິເລີ່ມກຳນົດພາກພື້ນ, ເຊິ່ງເຄີຍແມ່ນບັນດາພື້ນຖານທີ່ໄດ້ນຳມາເຊິ່ງຜົນສຳເລັດໃຫ້ແກ່ອາຊຽນ ໃນໄລຍະກວ່າເຄິ່ງສະຕະວັດທີ່ຄົງຕົວ.

        ໂດຍເຫັນໄດ້ບັນດາຄວາມສ່ຽງ, ສິ່ງທ້າທາຍ, ພ້ອມທັງຊອກຫາສຽງເວົ້າລວມ, ມາດຕະການເພື່ອແກ້ໄຂບັນດາການຂັດແຍ້ງກັນ, ການຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ລ້ວນແຕ່ມີຜົນປະໂຫຍດທີ່ສະໜິດຕິດພັນກັບບັນດາປະເທດສະມາຊິກ. ຊອກຫາໄດ້ສຽງເວົ້າລວມ, ສ້າງຄວາມເຫັນດີເຫັນພ້ອມ ແລະ ຄວາມສາມັກຄີໃນອາຊຽນ ແມ່ນປັດໄຈສຳຄັນແຖວໜ້າ ສ້າງເປັນກຳລັງແຮງເພື່ອໂຕ້ຕອບ, ສະກັດກັ້ນບັນດາການກະທຳລະເມີດກົດໝາຍສາກົນ, ລະເມີດອະທິປະໄຕ ຂອງບັນດາຝ່າຍທີ່ກ່ຽວຂ້ອງຢູ່ທະເລຕາເວັນອອກ.

ຕອບກັບ

ຂ່າວ/ບົດ​ອື່ນ