ກອງປະຊຸມສົນທະນາກ່ຽວກັບນະໂຍບາຍທີ່ກ່ຽວຂ້ອງເຖິງແຮງງານເດັກນ້ອຍໃນສະພາບບັນດາຄຳໝັ້ນສັນຍາສາກົນກ່ຽວກັບການຄ້າ

(VOVWORLD) - ວັນທີ 13 ມີນາ, ທີ່ຮ່າໂນ້ຍ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບອົງການແຮງງານສາກົນ (ILO) ຈັດຕັ້ງກອງປະຊຸມສົນທະນາກ່ຽວກັບນະໂຍບາຍບັນດາມາດຕະຖານແຮງງານສາກົນທີ່ກ່ຽວຂ້ອງເຖິງແຮງງານເດັກນ້ອຍໃນສະພາບການບັນດາຄຳໝັ້ນສັນຍາສາກົນກ່ຽວກັບການຄ້າ.
ກອງປະຊຸມສົນທະນາກ່ຽວກັບນະໂຍບາຍທີ່ກ່ຽວຂ້ອງເຖິງແຮງງານເດັກນ້ອຍໃນສະພາບບັນດາຄຳໝັ້ນສັນຍາສາກົນກ່ຽວກັບການຄ້າ - ảnh 1 ທ່ານ ດັ້ງຮວານາມ, ຫົວໜ້າກົມເດັກນ້ອຍ (ພາບ: daibieunhandan.vn)

 ນີ້ແມ່ນເວທີປາໄສເພື່ອໃຫ້ບັນດາຜູ້ແທນແບ່ງປັນບົດຮຽນຂອງ ຫວຽດນາມ ແລະ ສາກົນ ກໍ່ຄືບັນດາວິສາຫະກິດ, ຕະຫລອດຮອດບັນດາອົງການຈັດຕັ້ງສາກົນ, ຍົກອອກບັນດາຂໍ້ສະເໜີແນະ, ປະກອບສ່ວນສະເໜີບັນດາມາດຕະການເໝາະສົມໃຫ້ແກ່ການປ້ອງກັນ, ສະກັດກັ້ນແຮງງານເດັກນ້ອຍ, ພິເສດແມ່ນໃນສະພາບການທີ່ດີບັນດາຄຳໝັ້ນສັນຍາສາກົນກ່ຽວກັບການຄ້າ. ທີ່ກອງປະຊຸມສົນທະນາ, ທ່ານ ດັ້ງຮວານາມ, ຫົວໜ້າກົມເດັກນ້ອຍ ສັງກັດກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຖືວ່າ:

        ກຸ່ມເດັກນ້ອຍທີ່ມີຄວາມສ່ຽງ ແລະ ກຸ່ມແຮງງານເດັກທີ່ໄປຝືນກັບຂໍ້ກຳນົດຂອງກົດໝາຍນັ້ນ ໄດ້ປະກົດອອກ ແລະ ໄດ້ຮັບການໜູນຊ່ວຍ, ແຊກແຊງຢ່າງທັນການເພື່ອເຊື່ອມຕົວເຂົ້າກັບປະຊາຄົມ ແລະ ມີໂອກາດພັດທະນາ. ເປົ້າໝາຍຂອງໂຄງການນີ້ ແມ່ນເນັ້ນໜັກເຖິງເປົ້າໝາຍປ້ອງກັນ ແລະ ສະກັດກັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ