ກອງ​ປະ​ຊຸມ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ປີ 2023: ສ້າງ​ແຫຼ່ງ​ຂ່າວ​ທີ່​ຕັ້ງ​ໜ້າ, ແຜ່​ຂະ​ຫຍາຍ​ສິ່ງ​ທີ່​ດີ​ງາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານ ມີຄວາມເອົາໃຈໃສ່ຕໍ່ວຽກງງານການເງິນ ໃຫ້ແກ່ບັນດາອົງການສື່ມວນຊົນ ເພື່ອ ຊຸກຍູ້, ສົ່ງເສີມ ແລະ ຮັບປະກັນການເຄື່ອນໄຫວຂອງສື່ມວນຊົນໃຫ້ຖືກຕ້ອງຕາມຄະຕິ ແລະ ຄາດໝາຍ.
ກອງ​ປະ​ຊຸມ​ສື່ມວນ​ຊົນ​ທົ່ວ​ປະ​ເທດ ປີ 2023: ສ້າງ​ແຫຼ່ງ​ຂ່າວ​ທີ່​ຕັ້ງ​ໜ້າ, ແຜ່​ຂະ​ຫຍາຍ​ສິ່ງ​ທີ່​ດີ​ງາມ - ảnh 1ກອງປະຊຸມສື່ມວນຊົນທົ່ວປະເທດ ປີ 2023 (ພາບ: baochinhphu.vn)

ຕອນເຊົ້າວັນທີ 21 ທັນວາ, ກອງປະຊຸມສື່ມວນຊົນທ່ົ່ວປະເທດ ສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ ປີ 2024 ໄດ້ດຳເນີນຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງ ຜູ້ຕາງໜ້າການນຳບັນດາອົງການສື່ມວນຊົນທົ່ວປະເທດກ່ວາ 700 ທ່ານ.

ກອງປະຊຸມໄດ້ຕີລາຄາບັນດາໝາກຜົນຂອງປີ 2023, ຮັບຮູ້ທ່າອ່ຽງ, ສິ່ງທ້າທາຍ, ກຳນົດທິດໜ້າທີ່, ວິທີການແກ້ໄຂຢ່າງຮອບດ້ານຂອງສື່ມວນຊົນໃນປີ 2024 ແລະ ໄລຍະຈະມາເຖິງ… ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລຶວກວາງ ເນັ້ນໜັກວ່າ ໃນສະພາບການໂລກ, ພາກພື້ນ ແລະ ພາຍໃນປະເທດ ມີສິ່ງທ້າທາຍຫຼາຍຢ່າງ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ບັນດາອົງການສື່ມວນຊົນ, ຜູ້ເຮັດວຽກງານການຂ່າວ ຕ້ອງຮ່ວມເດີນທາງ ເພື່ອແບ່ງປັນຄວາມຫຍຸ້ງຍາກກັບທຸກຄົນໃນສັງຄົມໃຫ້ເປັນຢ່າງດີ ແລະ ທັນການ, ມີຄວາມຮັບຜິດຊອບກ່ວາໃນການກຳນົດທ່າອ່ຽງ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກະຊວງຖະແຫຼງຂ່າວ ແລະ ການສື່ສານ ມີຄວາມເອົາໃຈໃສ່ຕໍ່ວຽກງງານການເງິນ ໃຫ້ແກ່ບັນດາອົງການສື່ມວນຊົນ ເພື່ອ ຊຸກຍູ້, ສົ່ງເສີມ ແລະ ຮັບປະກັນການເຄື່ອນໄຫວຂອງສື່ມວນຊົນໃຫ້ຖືກຕ້ອງຕາມຄະຕິ ແລະ ຄາດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ